ເປັນຄັ້ງທຳອິດ, ຫວຽດນາມ ມີຜູ້ໄດ້ຮັບນາມມະຍົດນາງງາມໜ່ວຍໂລກ

(VOVWORLD) - ນີ້ເປັນຄັ້ງທຳອິດມີຜູ້ຕາງໜ້າ ຫວຽດນາມ ຍາດໄດ້ລາງວັນສູງສຸດທີ່ງານແຂ່ງຂັນນາງງາມໜ່ວຍໂລກນີ້.

ເປັນຄັ້ງທຳອິດ, ຫວຽດນາມ ມີຜູ້ໄດ້ຮັບນາມມະຍົດນາງງາມໜ່ວຍໂລກ - ảnh 1 ນາງງາມ ຫງວຽນເຟືອງແຄ໊ງ

(ພາບຈາກຄະນະຈັດຕັ້ງ)

ໃນຄ່ຳຄືນແຂ່ງຂັນຮອບຊິງຊະຫຼະເລີດ ຈັດຕັ້ງເມື່ອວັນທີ 3 ພະຈິກ, ຢູ່ນະຄອນຫຼວງ ມານີລາ, ປະເທດ ຟິລີບປິນ, ນາງສາວ ຫວຽດນາມ ຫງວຽນເຟືອງແຄ໊ງ ໄດ້ຍາດໄດ້ນາມມະຍົດນາງງາມໜ່ວຍໂລກ ປີ 2018. ນີ້ເປັນຄັ້ງທຳອິດມີຜູ້ຕາງໜ້າ ຫວຽດນາມ ຍາດໄດ້ລາງວັນສູງສຸດທີ່ງານແຂ່ງຂັນນາງງາມໜ່ວຍໂລກນີ້.

        ງານແຂ່ງຂັນນາງງາມໜ່ວຍໂລກໂດຍກຸ່ມບໍລິສັດຂອງ ຟີລິບປິນ ຈັ້ດຕັ້ງນັບແຕ່ປີ 2001, ເພື່ອແນໃສ່ຍົກສູງສະຕິກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ. ບັນດານັກສອບເສັງເຂົ້າຮ່ວມຫຼາຍຂັ້ນຕອນຂອງການແຂ່ງຂັນ ແລະ ບັນດາການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມກ່ອນທີ່ເຂົ້າຮອບຊິງຊະຫຼະເລີດ.

        ນາງງາມ ຫງວຽນເຟືອງແຄ໊ງ ເກີດປີ 1994 ຢູ່ແຂວງ ເບັ໊ນແຈ ແລະ ນາງເຄີຍເປັນນັກສຶກສາຂອງມະຫາວິທະຍາໄລຊື່ດັ່ງ Curtin Singapore, ນາງສາມາດເວົ້າພາສາ ອັງກິດ ແລະ ຝລັ່ງຄືດັ່ງພາສາແມ່.

ຕອບກັບ

ຂ່າວ/ບົດ​ອື່ນ