ເພີ່ມທະວີການຄວາມສັດຊື່ບໍລິສຸດໃນການດຳເນີນທຸລະກິດ
ທີ່ກອງປະຊຸມສຳມະນາ
(ພາບ: tuoitre.vn)
(vovworld) – ຕອນເຊົ້າວັນທີ 30 ຕຸລາ ຢູ່ຮ່າໂນ້ຍ, ອົງການກວດກາລັດຖະບານ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ໄດ້ສົມທົບກັບສະຖານທູດແຫ່ງລາຊະອານາຈັກອັງກິດ ປະຈຳຫວຽດນາມ ຈັດກອງປະຊຸມສຳມະນາ “ເພີ່ມທະວີການເຂົ້າຮ່ວມຂອງວິສາຫະກິດ, ຊຸກຍູ້ຄວາມສັດຊື່ບໍລິສຸດໃນການດຳເນີນທຸລະກິດຢູ່ຫວຽດນາມ”. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນລ້ວນແຕ່ຖືວ່າ: ການສໍ້ລາດບັງຫຼວງແມ່ນໜຶ່ງໃນບັນຫາທີ່ໜ້າວິຕົກກັງວົນ ບໍ່ພຽງແຕ່ຢູ່ຫວຽດນາມ ເທົ່ານັ້ນ ຫາກຍັງຢູ່ຫຼາຍປະເທດໃນໂລກອີກດ້ອຍ. ນັ້ນແມ່ນສາຍເຫດທີ່ກໍ່ຄວາມຫຍຸ້ງຍາກ, ສຳລັບວິສາຫະກິດ. ທ່ານຮອງຫົວໜ້າອົງການກວດກາລັດຖະບານ ເຈີນດຶກເລື້ອງ ເນັ້ນໜັກວ່າ.
“ໃນຕົວຈິງ, ບັນດາວິສາຫະກິດໄດ້ຮັບຜົນສຳເລັດ ລ້ວນແຕ່ມີພື້ນຖານການບໍລິຫານທີ່ມີວິຊາການ, ມີທິດສະດີປັດສະຍາ ແລະ ວັດທະນະທຳໃນການດຳເນີນທຸລະກິດ, ໃນນັ້ນຄວາມສັດຊື່ບໍລິສຸດໄດ້ຮັບຖືວ່າແມ່ນແກ່ນສານ. ພວກຂ້າພະເຈົ້າປາດຖະໜາຍາກຊຸກຍູ້ຄວາມສັດຊື່ບໍລິສຸດຂອງບັນດາວິສາຫະກິດຢູ່ຫວຽດນາມ, ແມ່ນກາລະໂອກາດທີ່ດີເພື່ອໃຫ້ອົງການຄຸ້ມຄອງ, ບັນດາວິສາຫະກິດ ແລະ ຝ່າຍທີ່ກ່ຽວຂ້ອງພ້ອມກັນແລກປ່ຽນ ເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບຄວາມຮັບຮູ້. ນັ້ນແມ່ນປັດໃຈສຳຄັນເພື່ອໃຫ້ບັນດາວິສາຫະກິດພ້ອມກັນເຄື່ອນໄຫວ, ປະກອບສ່ວນສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະເໝີພາບ, ປອດໄພ, ປອດການສໍ້ລາດບັງຫຼວງ, ມຸ່ງໄປເຖິງການພັດທະນາຢ່າງໝັ້ນຄົງ”.