ເພີ່ມທະວີການພົວພັນທາງການທູດກັບບັນດາປະເທດເອີລົບກາງ-ເອີລົບຕາເວັນອອກ

ເພີ່ມທະວີການພົວພັນທາງການທູດກັບບັນດາປະເທດເອີລົບກາງ-ເອີລົບຕາເວັນອອກ - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫ​ວຽດ​ນາມ - ສ.ເຊັກ ໂດຍ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ ສ.ເຊັກ ​ຈັດ​ຕັ້ງ

(vovworld) – ​​​​​​​​ເນື່ອງ​ໃນ​ໂອ​ກາ​ດ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້​ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ໃນ​ເ​ຂດ ເອີ​ລົບ​ກາງ - ເອີ​ລົບ​ຕາ​ເວັນ​ອອກ ເຊິ່ງ​ລວມ​ມີ ສ. ເຊັກ ແລະ ສ. ສ​ະ​ໂລ​ວາ​ກີ (2/2/1950), ຮູງ​ກາ​ຣີ ແລະ ຣູ​ມາ​ນີ (3/2/1950), ສ. ໂປ​ໂລຍ (4/2/1950), ສ. ບູນ​ກາ​ຣີ (8/2/1950) ແລະ ສ. ອານ​ບາ​ເນ​ຍ (11/2/1950), ວັນ​ທີ 2/2/2015, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ໄດ້​ແລກ​ປ່ຽນ​ຈົດ​ໝາຍອວຍ​ພອນ​ກັບບັນ​ດາ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ ບັນ​ດາ​ປະ​ເທດ ເອີ​ລົບ​ກາງ - ເອີ​ລົບ​ຕາ​ເວັນ​ອອກ ດັ່ງ​ກ່າວ.

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມີງ ແລະ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ບັນ​ດາ​ປະ​ເທດ ເອີ​ລົບ​ກາງ - ເອີ​ລົບ​ຕາ​ເວັນ​ອອກ ດັ່ງ​ກ່າວ​ກໍ່​ໄດ​້​ແລກ​ປ່ຽນ​ຈົດ​ໝາຍອວຍ​ພອນນ​ຳ​ກັນ.

 


ຂ່າວ/ບົດ​ອື່ນ