( ພາບ : baohaiquan.vn )
( vovworld ) - ວັນທີ 14/2 ຢູ່ ຮ່າໂນ້ຍ, ທ່ານ ເວືອງດິ໋ງເຫ້ວ ລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Atsuo Shibota ຫົວໜ້າກົມໃຫຍ່ພາສີ ຍີ່ປຸນ ກ່ຽວກັບການພົວພັນຮ່ວມມືລະຫວ່າງສອງຂະແໜງພາສີໃນໄລຍະທີ່ຈະມາເຖິງ. ລັດຖະບານ ຍີ່ປຸນ ແລະ ລັດຖະບານ ຫວຽດນາມ ໄດ້ເປັນເອກະພາບນຳກັນຜັນຂະຫຍາຍໂຄງການສ້າງ, ຜັນຂະຫຍາຍພາສີເອເລັກໂຕນິກ ແລະ ປະຕິບັດກົນໄກພາສີປະຕູດຽວແຫງ່ຊາດ, ຮັບໃຊ້ໃຫ້ແກ່ການຫັນເປັນພາສີທີ່ທັນສະໄໝຢູ່ ຫວຽດນາມ ຈາກແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ຍີ່ປຸນ. ໂຄງການນີ້ຈະຊ່ວຍເຫຼືອ ຫວຽດນາມ ສ້າງລະບົບພາສີເອເລັກໂຕນິກ, ພ້ອມກັນນັ້ນກໍ່ຜັນຂະຫຍາຍລະບົບພາສີປະຕູດຽວທີ່ເຊື່ອມຕໍ່ ຫວຽດນາມ ກັບບັນດາປະເທດໃນກຸ່ມ ອາຊຽນ ແລະ ຍີ່ປຸນ.