ເພີ່ມທະວີການຮ່ວມມືລົງທຶນ,ການຄ້າຫວຽດນາມ-ຍີ່ປຸ່ນ

ເພີ່ມທະວີການຮ່ວມມືລົງທຶນ,ການຄ້າຫວຽດນາມ-ຍີ່ປຸ່ນ - ảnh 1
(ພາບ​ປະ​ກອບ)

(vovworld) - ວັນ​ທີ 11/12, ຢູ່​ຮ່າ​ໂນ້ຍ, ກົມ​ພົວ​ພັນ​ຕ່າງ​ປະ​ເທດ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໄດ​້​ສົມ​ທົບ​ກັບ​ສະ​ຖານ​ທູ​ດ​ຍີ່​ປ​ຸ່ນ ປະ​ຈຳ​ຫວຽດ​ນາມ ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ “ພົບ​ປະ​ຍີ່​ປຸ່ນ”, ເພື່ອ​ແນ​ໃສ່​ໜູນ​ຊ່ວຍ, ແບ່ງ​ປັນ​ຂໍ້​ມູນ​ຂ່າ​ວ​ສາ​ນ, ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ຮ່ວມ​ມື ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ຫັນ​ບັນ​ດາ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ໃຫ້​ກາຍ​ເປັນ​ການ​ຮ່ວມ​ມື​ລະ​ອຽດ​ໃນ​ຕົວ​ຈິງ. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮ່​ວາງ​ລອງ, ຜູ້​ຮັກ​ສາ​ການ​ຫົວ​ໜ້າ​ກົມ, ກົມ​ພົວ​ພັນ​ຕ່າງ​ປະ​ເທດ ໃຫ້​ຮູ້​ວ່າ, ​ປະ​ຈຸ​ບັນ, ຍີ່​ປຸ່ນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ນັກ​ລົງ​ທຶນ​​ຢືນ​ອັນ​ດັບ 2 ແລະ ແມ່ນ​ຄູ່​ຄ້າ​​ຢືນ​ອັນ​ດັບ​ທີ 4 ຂອງ​ຫວຽດ​ນາມ ແລະ ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮ່​ວາງ​ລອງ ຫວັງ​ວ່າ ການ​ໂອ້​ລົມ​ສົນ​ທະ​ນາ​ຄັ້ງ​ນ​ີ້​ຈະ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໂອ​ກາດ​ເຊື່ອມ​ຕໍ່ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍ​ຈະ​ມາ​ເຖິງ.

      ສ່ວນ​ທ່ານ​ອຸ​ປະ​ທູດ​ຍີ​່​ປຸ່ນ Katsuro Nagai ຫວັງ​ວ່າ ການ​ໂອ້​ລົມ​ສົນ​ທະ​ນາ​ຄັ້ງ​ນີ້ ແມ່ນ​ໂອ​ກາດ​ເພື່ອ​ຮັບ​ຟັງ​ຄຳ​ເຫັນ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ 2 ຝ່າຍ​ໃນ​ການ​ຮ່ວມ​ມື​ພັດ​ທະ​ນາ ກໍ​ຄື​ບັນ​ດາ​ການ​ແລກ​ປ່ຽນ​ລະ​ອຽດ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ