ເພີ່ມທະວີການຮ່ວມມືລະຫວ່າງກອງທັບຫວຽດນາມແລະຈີນ

ເພີ່ມທະວີການຮ່ວມມືລະຫວ່າງກອງທັບຫວຽດນາມແລະຈີນ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟູ່ງກວາງ​ແທງ ແລະ ທ່ານ​​ຮອງປະ​ທານ​ປະ​ເທດຈີນ ຫຼີ​ແຢວນ​ສາວ
(ພາບ: Yến Đức/TTXVN)

(vovworld) – ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສັນ​ຕະ​ວະ​ໄມ​ຕີ ຈີນ​ຢ່າງ​ເປັນ​ທາງ​ການ​ໃນ​ລະ​ຫວ່າງວັນ​ທີ 16 – 18/10, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ ຈ໋​າງກວານ​ແຈ໋ວນ, ຕອ​ນ​ເຊົ້າ​ວັນ​ທີ 18/10, ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟູ່ງກວາງ​ແທງ ນຳ​ໜ້າ​ໄດ້​ພົບ​ປະ​ກັບ​ພົນ​ໂທ ຝານ​ແຈວງຫລູງ , ຮອງ​ປະ​ທານ​ຄະ​ນະ​ພັກ​ກອງ​ທັບ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ ຈີນ, ຢ້ຽມ​ຢາມ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຈີນ.

        ກ່ອນ​ໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 17/10, ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ການ​ທ​ະ​ຫານ​ຂັ້ນ​ສ​ູງ ຫວຽດ​ນາມ, ທ່ານ​​ຮອງປະ​ທານ​ປະ​ເທດຈີນ ຫຼີ​ແຢວນ​ສາວ  ຢັ້ງ​ຢືນ​ວ່າ: ​ຈີນ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຮ່ວມ​ມື, ມິດ​ຕະ​ພາບ​ກັບ ຫວຽດ​ນາມ. 2 ຝ່າຍ​ຄວນ​ສືບ​ທອດ ແລະ ເສີມ​ຂະ​ຫຍາຍການ​ຮ່ວມ​ມື ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້​ອ​ໂດຍ​ການ​ນຳ​ລ​ຸ້ນ​ກ່ອນ​ເພີ່ມ​ພູນ​ຄູນ​ສ້າງ​ແມ່ນ​ຊັບ​ສົນ​ບັດ​ອັນ​ລ້ຳ​ຄ່າ​ຂອງ 2 ພັກ, 2 ລັດ.     

ທ່ານ​ລັດ​ຖະ​ມົນ​ຕີ ຟູ່ງກວາງ​ແທງ ຢືນ​ຢັນ​ເລື່ອງ 2 ພັກ, 2 ລັດ, ພິ​ເສດ​ແມ່ນກອງ​ທັບ 2 ປະ​ເທດ​ສືບ​ຕໍ່​ຮັກ​ສາ​ການ​ພົວ​ພັນ​​ໃຫ້ພັດ​ທະ​ນາ​ຢ່າງ​ປອດ​ໄສ, ສະ​ຖຽນ​ລະ​ພາບ, ​ການແກ້​ໄຂ​ບັນ​ດາ​​ບັນ​ຫາບໍ່​ລົງ​ລອຍ​ກັນ​ແມ່ນ​ຈຳ​ເປັນ​ທີ່​ສຸດ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ສາ​ກົນ​ປະ​ຈຸ​ບັນ ແລະ ສະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ມີ​ການ​ຜັນ​ແປ​​ຢ່າງເຄັ່ງ​ຕຶງ, ສັບ​ສົ​ນ. ທ່ານ​ພົນ​ເອກ ຟູ່ງກວາງ​ແທງ ສະ​ເໜີ​ໃຫ້​ຝ່າຍ ຈີນ ລົ​ບ​ລ້າງ​ຄຳ​ກ່າວ​ເຕືອນ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ປະ​ຊາ​ຊົນ 2 ປະ​ເທດ​ພົວ​ພັນ​ແລກ​ປ່ຽນ, ທ່ອງ​ທ່ຽວ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ເພີ່ມ​ທະ​ວີ​ມິດ​ຕະ​ພາບ ແລະ ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ.

        ຕອ​ນ​ເຊົ້າ​ວັນ​ດຽວ​ກັນ​, ທີ່​ສຳ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ ໄດ້​ດຳ​ເນີນ​ພິ​ທີ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ. ທີ່​ກາ​ນ​ເຈ​ລະ​ຈາ​ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ ທ່ານ ຈ໋​າງກວານ​ແຈ໋ວນ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຟູ່ງກວາງ​ແທງ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, ຄວນ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ເພີ່ມ​ທະ​ວີ​ບັນ​ດາ​ການ​ຢ້ຽມ​ຢາມ ແລະ​ພົບ​ປະ​ຂັ້ນ​ສູງ, ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ​ບັນ​ດາ​ກຳ​ລັງ​ປ​້ອງ​ກັນ​ຊາຍ​ແດນ…

        ພາຍຫຼັງ​ການ​ເຈ​ລະ​ຈາ, ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ເຊັ​ນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ດ້ານ​ເຕັກ​ນິກ ແລະ ສ້າງ​ຕັ້ງ​ໂທ​ລະ​ສັບ​ຕິດ​ຕໍ່​ພົວ​ພັນ​ໂດຍ​ກົງ​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ.

 




ຂ່າວ/ບົດ​ອື່ນ