ເພີ່ມທະວີການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ອົງການພິທັກຮັກສາສະຫະພັນລັດເຊຍ

ເພີ່ມທະວີການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ອົງການພິທັກຮັກສາສະຫະພັນລັດເຊຍ - ảnh 1
ພົນ​ໂທ Tran Dai Quang ​ຕ້ອນຮັບ​ພົນ​ໂທ Beliacov Alecxandro Nicolaievich
(ພາບ: TTXVN)


(vovworld) -     ຕອນ​ບ່າຍ​ວັນ​ທີ 13/11, ຢູ່​ຮ່າ​ໂນ້ຍ, ພົນ​ໂທ Tran Dai Quang, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ຕຳ​ຫຼວດຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ພົນ​ໂທ Beliacov Alecxandro Nicolaievich, ຮອງ​ຜູ້ອຳນວຍການ​ທີ່​ໜຶ່ງ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການພິທັກ​ຮັກສາ​ສະຫະພັນ​ລັດ​ເຊຍ ​ທີ່​ເດີນທາງ​ມາ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ນະ​ທີ່​ນີ້, ພົນ​ໂທ Tran Dai Quang ​ຕີ​ລາຄາ​ສູງ ​ແລະ ຂອບ​ອົກ​ຂອບ​ໃຈ​ຄະນະ​ຊີ້​ນຳ​ອົງການພິທັກ​ຮັກສາ​ສະຫະພັນ​ລັດ​ເຊຍ ທີ່​ໄດ້​ຮ່ວມ​ມື​ກັບ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໃນ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ແລກປ່ຽນ​ບົດຮຽນ​ໃນ​ການປ້ອງ​ກັນ​ປະ​ມຸກ​ລັດ ກໍ​ຄື​ບຳລຸງ​ສ້າງ, ຝຶກ​ອົບຮົມ​ກຳລັງ​ພິທັກ​ຮັກສາ​ໃນ​ໄລຍະ​ຜ່ານ​ມາ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ອົງການ​ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ບຳລຸງ​ສ້າງ, ຝຶກ​ອົບຮົມ​ກຳລັງ​ພິທັກ​ຮັກສາ​ຢູ່​ແຕ່ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ