ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ - ລາວ

ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ - ລາວ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ
​ຢ້ຽມຢາມ​ແຂວງ ບໍ່​ແກ້ວ
(ພາບ: vietnamplus.vn)


(vovworld) - ​ໃນ​ລະຫວ່າງ​ວັນ​ທີ 20 – 23/05, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ໄປ​ຢ້ຽມຢາມ​ແຂວງ ບໍ່​ແກ້ວ, ຫຼວງ​ນ້ຳທາ ​​ແລະ ອຸດົມ​ໄຊ ທາງ​ພາກ​ເໜືອ​ຂອງ​ລາວ. ​ໃນ​ການ​ພົບ​ປະ​ຕ່າງໆ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ, ການ​ນຳ​ບັນດາ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ​ເພື່ອ​ແນ​ໃສ່​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ທີ​​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າ​ງລາວ - ຫວຽດນາມ ​ໃຫ້​ນັບ​ມື້ນັບໝັ້​ັ​້ນຄົງ. ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫງວຽນ​ແມ້ງ​ຮຸ່ງ ຢືນຢັນ​ວ່າ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ ກັບ​ບັນດາ​​ແຂວງ​ທາງ​ພາກ​ເໜືອ​ເວົ້າ​ສະ​ເພາະ. ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫງວຽນ​ແມ້ງ​ຮຸ່ງ ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ບັນດາ​ທ້ອ​ງຖິ່ນ​ຂອງ​ລາວ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ເພື່ອ​ໃຫ້​ເຂົ້າ​ເຈົ້າອຸ່ນ​ອ່ຽງ​ໃຈດຳລົງ​ຊີວິດ ແລະ ​ທຳ​ມາ​ຫາ​ກິນ.

ຂ່າວ/ບົດ​ອື່ນ