ເພີ່ມທະວີການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມກັບບັນດາພັກກອມມູນິດອີຕາລີ

ເພີ່ມທະວີການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມກັບບັນດາພັກກອມມູນິດອີຕາລີ - ảnh 1
ປະ​ທານ​ສະ​ພາ​ສູງ Italy Pietro Grasso ຕ້ອນ​ຮັບ​ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ຕອງ​ທິ​ຟອງ​ຢູ່ Rome ​ໃນ​ວັນ​ທີ 25/5. (​ພາບ: TTXVN)

(vovworld)- ​ ​ໃນ​ຂອບ​ເຂດ​ລາຍ​ການ​ເຮັດ​ວຽກ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 26-29/5, ຄະ​ນະ​ຜູ​້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໂດຍ​ທ່ານ​ນາງ ຕອງ​ທິ​ຟອງ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ມີ​ການ​ພົບ​ປະ, ເຮັດ​ວຽກ​ກັບ​ການ​ນຳ​ບັນ​ດາ​ພັກ​ກອມ​ມູ​ນິດ ຢູ່ ອີ​ຕາ​ລີ. ທີ່​ການ​ພົບ​ປະ​, ເຮັດ​ວຽກຄັ້ງ​ຕ່າງໆນັ້ນ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕອງ​ທິ​ຟອງ ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ກັບ​ພັກ​ກອມ​ມູ​ນິດ ອີ​ຕາ​ລີ ແລະ ພັກ​ກອມ​ມູ​ນິດ​ສ້າງ​ຕັ້ງ​ຄືນ​ໃຫມ່​ຂອງ​ອີ​ຕາ​ລີ ແລະ ປາດ​ຖະ​ຫນາ​ວ່າ ສອງ​ພັກ​ກອມ​ມູ​ນິດ ຈະ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ ແລະ ຫນູນ​ຊ່ວຍ​ເຊິ່ງ​ກັນ ແລະ​ກັນ ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຕາ​ລີ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ. ທ່ານ​ເລ​ຂາ​ມິ​ການ​ໃຫຍ່ ພັກ​ກອມ​ມູ​ນິດສ້າງ​ຕັ້ງ​ຄືນ​ໃຫມ່​ຂອງ​ ອີ​ຕາ​ລີ Paolo Ferrero ຢືນ​ຢັນ​ວ່າ: ພັກ​ກອມ​ມູ​ນິດ​ສ້າງ​ຕັ້ງ​ຄືນ​ໃຫມ່​ຂອງ​ອີ​ຕ​າ​ລີ ຍາມ​ໃດ​ກໍ​ຮຽງ​ບ່າງ​ຮຽງ​ໄລ່​ກັບ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໃນ​ຂະ​ບວ​ນ​ການ​ກຳ​ມະ​ຊີບ​ໂລກ ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ອີ​ຕາ​ລີ ແລະ ຫວຽດ​ນາມ ກໍ​ຄື​ລະ​ຫວ່າງ​ສອງ​ພັກ.

ຕອບກັບ

ຂ່າວ/ບົດ​ອື່ນ