ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ຈີເລ

ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ  ແລະ ຈີເລ - ảnh 1
ທ່ານ  Uong Chu Luu ຮອງປະທານສະພາແຫ່ງຊາດ ຫວຽດນາມ
ພາບ:internet

(vovword) - ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ Uong Chu Luu ຮອງ​ປະທານ​ສະພາ​ແຫ່ງ​ຊາດ ນຳ​ຫນ້າ ຫາ​ກໍ​ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຈີ​ເລ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ຈີ​ເລ ​ແຕ່​ວັນ​ທີ 3 -5/7, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ​ໄດ້​ພົບ​ປະ​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ​ກັບ​​ທ່ານ Medina ປະທານ​ສະພາ​ສູງ, ທ່ານ Nicolas M. Dias ປະທານ​ສະພາ​ຕຳ່ ​ແລະ ​ເຈົ້າ​ຫນ້າ​ທີ່​ລັດຖະບານ ຈີ​ເລ ຈຳນວນ​ຫນຶ່ງ. ສອງ​ຝ່າຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ຕັ້ງຫນ້າ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າ, ສູ້​ຊົນ​ເພີ່ມ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃຫ້​ຂຶ້ນ​ເຖິງ 10 ຕື້ USD ​ໃນ 10 ປີ​ຈະ​ມາ​ເຖິງ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ  Uong Chu Luu ​ໄດ້​ຝາກ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ​ເຖິງ​ທ່ານ​ປະທານ​ສະພາ​ຕຳ່ ຈີ​ເລ ມາ​ຢ້ຽມຢາມ.

ຂ່າວ/ບົດ​ອື່ນ