ທ່ານ ຮູ່ນຟອງແຈງ ແລະ ທ່ານນາງ Conchita Carpio Morales
ໃນພິທີລົງນາມບົດບັນທຶກຊ່ວຍຈຳ
ພາບ:thanhtra.com.vn
|
(vovworld)- ວັນທີ 11/3 ຢູ່ ຮ່າໂນ້ຍ, ຄະນະຜູ້ແທນອົງການກວດກາລັດຖະບານ ຫວຽດນາມ ໂດຍທ່ານ ຮູ່ນຟອງແຈງ (Huỳnh Phong Tranh) ຫົວຫນ້າອົງການດັ່ງກ່າວເປັນຫົວຫນ້າຄະນະໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງອົງການກວດກາ ຟິລີບປີນ ໂດຍທ່ານນາງ Conchita Carpio Morales ນຳຫນ້າ ເນື່ອງໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານຮູ່ນຟອງແຈງ ມີຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງຄະນະແມ່ນໂອກາດທີ່ດີເພື່ອໃຫ້ສອງຝ່າຍປຶກສາຫາລື, ແລກປ່ຽນບົດຮຽນ ແລະ ພຶດຕິກຳໃນວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ຜ່ານນັ້ນປະກອບສວ່ນຍົກສູງຜົນສັກສິດ, ປະສິດທິຜົນການຄຸ້ມຄອງລັດ, ເພີ່ມທະວີການເປີດເຜີຍ,ໂປ່ງໃສ ແລະ ຄວາມຮັບຜິດຊອບຂອງການອະພິປາຍໃນການເຄື່ອນໄຫວກວດກາຂອງສອງປະເທດ.