ເພີ່ມທະວີການຮ່ວມມືລະຫວ່າງແຂວງ Voldgograd - ລັດເຊຍ ກັບທ້ອງຖິ່ນຕ່າງໆຂອງຫວຽດນາມ
ການເຮັດວຽກລະຫວ່າງຜູ້ວ່າການແຂວງ Voldgograd ກັບທ່ານ ເອກອັກຄະລັດຖະທູດຫວຽດນາມປະຈຳ ລັດເຊຍ ຝ້າມຊວນເຊີນ
|
(Vovworld)- ເພື່ອປະຕິບັດຕາມບັນດາຂໍ້ຕົກລົງກັນຂອງການນຳຂັ້ນສູງ 2 ປະເທດຫວຽດນາມ-ສະຫະພັນລັດເຊຍ, ແຕ່ວັນທີ 22 ຫາ ວັນທີ 25/8, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ສະຫະພັນລັດເຊຍ ຝ້າມຊວນເຊີນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ Voldgograd ແຫ່ງ ສະຫະພັນລັດເຊຍ, ຕາມຄຳເຊີນຂອງຜູ້ວ່າການແຂວງ Voldgograd ທ່ານ Bozhenov Sergey Anatolievich . ທີ່ການເຮັດວຽກກັບຜູ້ວ່າການແຂວງ Voldgograd ແລະ ຜູ້ຕາງໜ້າບັນດາພະແນກ, ຂະແໜງການຂອງແຂວງ Voldgograd, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ສະຫະພັນລັດເຊຍ ຝ້າມຊວນເຊີນ ໄດ້ສະເໜີບັນດາທ້ອງຖິ່ນຂອງ 2 ປະເທດຈົ່ງຄົ້ນຄ້ວາເປີດກ້ວາງການພົວພັນດ້ານເສດຖະກິດການຄ້າ, ພິເສດແມ່ນບັນດາຂົງເຂດທີ່ 2 ຝ່າຍມີທ່າແຮງຄື ການຜະລິດກະສີກຳ, ທ່ອງທ່ຽວ, ຕໍ່ກຳປັ່ນ, ຂຸດຄົ້ນນ້ຳມັນອາຍແກັສ..... ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ສະຫະພັນລັດເຊຍ ຝ້າມຊວນເຊີນສະແດງຄວາມຫວັງວ່າ ອຳນາດການປົກຄອງຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ວົງຄະນະຍາດຊາວຫວຽດນາມອາໄສຢູ່ປະເທດນີ້ ທຳມາຫາກິນ ສ້າງຄວາມຮັ່ງມີຢ່າງຊອບທຳ ແລະ ປະກອບສ່ວນຢ່າງຕັ້ງໜ້າກ່ວາອີກເຂົ້າໃນການພັດທະນາເສດຖະກິດຂອງບັນດາທ້ອງຖິ່ນຂອງ 2 ປະເທດ, ແນໃສ່ຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ.