ເພີ່ມທະວີການໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ສົ່ງອອກສິນຄ້າໄປຍັງ ລາວ

(VOVWORLD) - ງການຕາງໜ້າດ້ານການຄ້າ ຫວຽດນາມ ປະຈຳ ລາວ ກໍ່ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ລາວ ເຮັດວຽກກັບບັນດາພະແນກອຸດສາຫະກຳ ແລະ ການຄ້າ, ຫ້ອງການອຸດສາຫະກຳ ແລະ ການຄ້າບັນດາແຂວງຂອງ ລາວ ປຶກສາຫາລືກົນໄກຮ່ວມມືເຊື່ອມຕໍ່ຂໍ້ມູນຂ່າວສານ, ໜູນຊ່ວຍວິສາຫະກິດ.
ເພີ່ມທະວີການໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ສົ່ງອອກສິນຄ້າໄປຍັງ ລາວ - ảnh 1(ພາບປະກອບ / TTXVN)

  ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ສົ່ງອອກສິນຄ້າໄປຍັງ ລາວ, ວັນທີ 04 ກັນຍາ, ທ່ານນາງ ເລທິເຟືອງຮວາ ທີ່ປຶກສາດ້ານການຄ້າສະຖານທູດ ຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ອົງການຕາງໜ້າດ້ານການຄ້າ ຫວຽດນາມ ປະຈຳ ລາວ ໄດ້ສ້າງບັນຊີລາຍຊື່ປະຈຳໄລຍະໃຫ້ບັນດາວິສາຫະກິດ ຫວຽດນາມ ທີ່ຢາກນຳສິນຄ້າໄປຍັງ ລາວ ສົ່ງເຖິງອົງການຮັບຜິດຊອບຂອງລາວ ເພື່ອແຈ້ງໃຫ້ບັນດາວິສາຫະກິດຢູ່ ລາວ ໃຫ້ມີຄວາມຕ້ອງການ; ພ້ອມກັນນັ້ນ ກໍ່ພ້ອມກັບວິສາຫະກິດແກ້ໄຂບັນດາຄວາມຫຍຸ້ງຍາກໃນການຂົນສົ່ງສິນຄ້າລະຫວ່າງ 2 ປະເທດ. ອົງການຕາງໜ້າດ້ານການຄ້າ ຫວຽດນາມ ປະຈຳ ລາວ ກໍ່ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ລາວ ເຮັດວຽກກັບບັນດາພະແນກອຸດສາຫະກຳ ແລະ ການຄ້າ, ຫ້ອງການອຸດສາຫະກຳ ແລະ ການຄ້າບັນດາແຂວງຂອງ ລາວ ປຶກສາຫາລືກົນໄກຮ່ວມມືເຊື່ອມຕໍ່ຂໍ້ມູນຂ່າວສານ, ໜູນຊ່ວຍວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ