ເພີ່ມທະວີດ້ານປ້ອງກັນ ຊາດລະຫວ່າງຫວຽດນາມ - ແອດສປາຍ

ເພີ່ມທະວີດ້ານປ້ອງກັນ ຊາດລະຫວ່າງຫວຽດນາມ - ແອດສປາຍ - ảnh 1
ທ່ານ​ລັດຖະມົນຕີ​ປ້ອງ​ກັນຊາ​ດ​ແອດ​ສປາຍ Pedro Arguelles Aslaverria
ແລະ ທ່ານພົນ​ໂທ ຫງວຽນ​ຈິ໋ວິ້ງ
(ພາບ: qdnd.vn)


(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ປ້ອງ​ກັນຊາ​ດ​ແອດ​ສປາຍ Pedro Arguelles Aslaverria, ທ່ານພົນ​ໂທ ຫງວຽນ​ຈິ໋ວິ້ງ, ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ປ້ອງ​ກັນຊາ​ດ ຫວຽດນາມ ​ໄປ​ຢ້ຽມຢາມ ​ແລະ ​ເຮັດວຽກ​ຢູ່​ລາ​ຊະ​ອານາຈັກ​ແອດ​ສປາຍ ​ໃນ​ລະຫວ່າງ​ວັນ​ທີ 02 – 04/12.

        ທີ່​ການ​ເຈລະຈາ​ໃນ​ວັນ​ທີ 03/12 ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ແອດ​ສປາຍ Pedro Arguelles Aslaverria, ພົນ​ໂທ ຫງວຽນ​ຈິ໋ວິ້ງ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ແອດ​ສປາຍ ​ແລະ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ​ແອດ​ສປາຍ, ​ໃນ​ນັ້ນ​ມີ​ການ​ພົວພັນ​ດ້ານ​ປ້ອງ​ກັນ​ປະ​ເທດ ​ເພື່ອ​​ໃຫ້ແທດ​ເໝາະ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ພົນ​ໂທ ຫງວຽນ​ຈິ໋ວິ້ງ ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ຕັ້ງໜ້າ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນປະ​ເທດ ບົນ​ພື້ນຖານ​ເນື້ອ​ໃນ​ຂອງ​ບົດ​ບັນທຶກ​ຊ່ວຍຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ 2 ຝ່າຍ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 2010, ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຄື, ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ຄົ້ນຄວ້າ​ຍຸດ​ທະ​ສາດ, ​ແລກປ່ຽນ​ກ່ຽວ​ກັບ​ຂົງ​ເຂດ​ບຳລຸງ​ສ້າງ, ​ແລກປ່ຽນ​ບົດຮຽນ​ໃນ​ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ...

ຂ່າວ/ບົດ​ອື່ນ