ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ - ຝລັ່ງໃຫ້ໝັ້ນຄົງແໜ້ນແຟ້ນຢ່າງບໍ່ຢຸດຢັ້ງ

(VOVWORLD) -ວັນທີ 27 ມີນາ, ທີ່ການຕ້ອນຮັບທ່ານເລຂາພັກກອມມູນິດທົ່ວປະເທດຝລັ່ງ Pierre Laurent ເຂົ້າຢ້ຽມຂ່ຳນັບ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ປາດຖະໜາວ່າ, ພັກກອມມູນິດຝລັ່ງ ດ້ວຍບົດບາດ ແລະ ອິດທິພົນຊື່ສຽງຂອງຕົນສືບຕໍ່ຊ່ວຍເຫຼືອ

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ - ຝລັ່ງໃຫ້ໝັ້ນຄົງແໜ້ນແຟ້ນຢ່າງບໍ່ຢຸດຢັ້ງ - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບທ່ານເລຂາພັກກອມມູນິດທົ່ວປະເທດຝລັ່ງ Pierre Laurent)

ມີການກະທົບເພື່ອໃຫ້ອຳນາດການປົກຄອງຝລັ່ງ ສືບຕໍ່ພັດທະນາການພົວພັນກັບຫວຽດນາມ. 2 ຝ່າຍຄວນຮັກສາການແລກປ່ຽນທິດສະດີລະຫວ່າງ 2 ພັກເປັນປະຈຳ; ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

        ແລະກໍ່ໃນວັນທີ 27 ມີນາ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບຝລັ່ງ - ຫວຽດນາມ, ໂດຍທ່ານປະທານສະມາຄົມ Gerard Daviot ເປັນຫົວໜ້າຄະນະເຂົ້າຢ້ຽມຂ່ຳນັບຕາມພິທີການທູດ.

        ໃນຂອບເຂດການຢ້ຽມຢາມ, ຕອນຄ່ຳວັນທີ 27 ມີນາ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ເຂົ້າຮ່ວມພິທີເປີດສະຫຼອງສຳນັກງານໃໝ່ສູນວັດທະນະທຳຫວຽດນາມ ຢູ່ຝລັ່ງ, ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ ເປັນຈຳນວນຫຼວງຫຼາຍ.

        ຕອນເຊົ້າວັນທີ 28 ມີນາ, ພາຍຫຼັງສິ້ນສຸດການຢ້ຽມຢາມສ.ຝລັ່ງ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ປະເທດສ.ກູບາ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານເລຂາຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ Raul Castro Ruz.

ຕອບກັບ

ຂ່າວ/ບົດ​ອື່ນ