ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊີວະປະຫວັດ

(VOVWORLD) -ບັນດາຜູ້ແທນໄດ້ທີ່ເຂົ້າຮ່ວມໄດ້ກວດກາຮ່າງກົດໝາຍວ່າດ້ວຍການປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊີວະປະຫວັດ
ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊີວະປະຫວັດ - ảnh 1ກອງປະຊຸມຄົບຄະນະຄັ້ງທີ 1 ຂອງກຳມາທິການຍຸດຕິທຳຂອງສະພາແຫ່ງຊາດ 

ໂດຍສືບຕໍ່ກອງປະຊຸມຄົບຄະນະຄັ້ງທີ 6 ຂອງກຳມາທິການຍຸດຕິທຳຂອງສະພາແຫ່ງຊາດທີ່ດຳເນີນຢູ່ນະຄອນໂຮ່ຈິມິນເມື່ອວັນທີ 2 ສິງຫາ, ບັນດາຜູ້ແທນໄດ້ທີ່ເຂົ້າຮ່ວມໄດ້ກວດກາຮ່າງກົດໝາຍວ່າດ້ວຍການປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊີວະປະຫວັດ. ການປົກປ້ອງຄວາມລັບສ່ວນຕົວຂອງພົນລະເມືອງ, ຫຼືການລົບລ້າງຮ່ອງຮອຍໂທດ ກໍແມ່ນບັນດາລະບຽການໃໝ່ໃນຮ່າງກົດໝາຍວ່າດ້ວຍການປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊີວະປະຫວັດຄັ້ງນີ້. ທ່ານ ຮວ່າງກ໋ວກຮຸ່ງ ຜູ້ອຳນວຍການສູນ ຊີວະປະຫວັດຍຸດຕິທຳແຫ່ງຊາດໃຫ້ຮູ້ວ່າ : 

    “ຮ່າງກົດໝາຍວ່າດ້ວຍການປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊີວະປະຫວັດ ຈະຮັບປະກັນລັກສະນະຄົບຊຸດຕາມລະບົບກົດໝາຍປະຈຸບັນ ແລະ ພ້ອມກັນນັ້ນ ກໍຮັບປະກັນການປະຕິບັດຕາມລັດຖະທຳມະນູນປີ 2013. ພິເສດແມ່ນຢູ່ນີ້, ໄດ້ເນັ້ນໜັກເປັນພິເສດເຖິງເຖິງສິດທິມະນຸດທີ່ໄດ້ລະບຸໄວ້ໃນລັດຖະທຳມະນູນ. ສິດສ່ວນຕົວ ນັ້ນແມ່ນສິດມີຄວາມປິດລັບທາງດ້ານຊີວິດສ່ວນຕົວ, ສິດໄດ້ເຊື່ອມຕົວເຂົ້າກັບວົງຄະນະຍາດ, ສິດໄດ້ເຂົ້າຮ່ວມບັນດາການດຳເນີນຊີວິດວິຊາຊີບຕ່າງໆ ຂະນະທີ່ພົນລະເມືອງຖືກຕັດສິນໂທດ ແລະ ໄດ້ຮັບການລົບລ້າງຮ່ອງຮອຍໂທດ ”

ຕອບກັບ

ຂ່າວ/ບົດ​ອື່ນ