ເຢຍລະມັນຈະໜູນຊ່ວຍຈຳນວນເງິນ 26,55 ຕື້ເອີໂລ ໃຫ້ແກ່ລາວເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງ 2 ປະເທດ

(VOVWORLD) -ລັດຖະບານເຢຍລະມັນ ຈະໜູນຊ່ວຍສປປ.ລາວ ຈຳນວນເງິນ 26,55 ລ້ານເອີໂລ ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງເຢຍລະມັນ-ລາວ ໃນປີ 2020 ນີ້.

ເຢຍລະມັນຈະໜູນຊ່ວຍຈຳນວນເງິນ 26,55 ຕື້ເອີໂລ ໃຫ້ແກ່ລາວເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງ 2 ປະເທດ - ảnh 1 ລັດຖະບານເຢຍລະມັນ ຈະໜູນຊ່ວຍສປປ.ລາວ ຈຳນວນເງິນ 26,55 ລ້ານເອີໂລ

(ພາບປະກອບ)

ແຫຼ່ງຂ່າວດັ່ງກ່າວໂດຍສື່ມວນຊົນລາວ ຄັດຈາກການເຈລະຈາທາງອອນລາຍລະຫວ່າງລັດຖະບານ 2 ປະເທດຫວ່າງມໍ່ໆມານີ້. ຕາມນັ້ນແລ້ວ, 2 ຝ່າຍໄດ້ເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາໂຄງການລວມ, ປະກອບສ່ວນເຂົ້າໃນການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີຄັ້ງທີ 9 (2021 – 2025) ຂອງລາວ. ບັນດາຂົງເຂດຮ່ວມມືບຸລິມະສິດລວມມີ: ການພັດທະນາຊົນນະບົດ, ຊັບພະຍາກອນສິ່ງແວດລ້ອມ, ການພັດທະນາເສດຖະກິດແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງຂອງກົງຈັກບໍລິຫານ.

ຕອບກັບ

ຂ່າວ/ບົດ​ອື່ນ