ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກກັບຄະນະປະຈຳຄະນະພັກນະຄອນໂຮ່ຈີມິນ

(VOVWORLD) - ຕອນບ່າຍວັນທີ 19 ຕຸລາ, ກົມການເມືອງໄດ້ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ໂຮ່ຈີມິນ ກ່ຽວກັບການສະຫລຸບ 5 ປີແຫ່ງການປະຕິບັດມະຕິ 16 ຂອງກົມການເມືອງກ່ຽວກັບການເພີ່ມທະວີບັນດາໜ້າທີ່ພັດທະນານະຄອນ ຮອດປີ 2020. 
ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກກັບຄະນະປະຈຳຄະນະພັກນະຄອນໂຮ່ຈີມິນ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ 

ເປັນປະທານ ແລະ ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໃຫ້ຮູ້ວ່າ: ກົມການເມືອງຕີລາຄາສູງການພັດທະນາກໍ່ຄືການປະກອບສ່ວນຂອງນະຄອນໂຮ່ຈີມິນ ຕໍ່ປະເທດຊາດ, ນະຄອນໄດ້ມີການພັດທະນາ, ບືນຕົວຂຶ້ນຢ່າງແຮງ. ເມື່ອເຕື້ອງເຖິງບັນດາຄວາມຫຍຸ້ງຍາກ, ສິ່ງຄົງຄ້າງຂອງນະຄອນໃນປະຈຸບັນ, ພິເສດແມ່ນກ່ຽວກັບກົນໄກນະໂຍບາຍ, ທ່ານເລຂາທິການໃຫຍ່ ຖືວ່າ: ຕ້ອງເປັນເອກະພາບເພື່ອຊອກຫາທິດກ້າວເດີນໃຫ້ແກ່ນະຄອນ. ຕາມທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງແລ້ວ, ໄລຍະຈະມາເຖິງ, ນະຄອນສືບຕໍ່ປະຕິບັດມະຕິ 16 ຂອງກົມການເມືອງເປັນຢ່າງດີ, ບົນພື້ນຖານບັນດາມາດຕະການລວມກ່ຽວກັບການພັດທະນາ, ຕ້ອງເລືອກເຟັ້ນບັນດາບຸລິມະສິດ, ມີຂັ້ນຕອນຜັນຂະຫຍາຍເທື່ອລະກ້າວເພື່ອມີໝາກຜົນໃນທັນທີ. ທ່ານເລຂາທິການໃຫຍ່ ປາດຖະໜາວ່າ ອົງຄະນະພັກປະຊາຊົນນະຄອນ ໂຮ່ຈີມິນ ສືບຕໍ່ເສີມຂະຫຍາຍບັນດາຜົນງານບັນລຸໄດ້, ເສີມຂະຫຍາຍບົດບາດແມ່ນນະຄອນນຳໜ້າຂອງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ