ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບນັກຮົບປະຕິວັດ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບນັກຮົບປະຕິວັດ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ: vietnamnet.vn)

(vovworld) – ​​​ຕອ​ນ​ເຊົ້າ​ວັນ​ທີ 10/12, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ເລ​ຂາ​ສູນກ​າງ​ພັກ​ໄດ້​ຈັດ​ຕັ້ງກອງ​ປະ​ຊຸມ​ພົບ​ປະ​ກັບ​ສະ​ມາ​ຊິກ​ພັກ 300 ທ່ານ​ທີ່​ເຂົ້າ​ຮ່ວມ​ຄະ​ນະ​ພັກ​ໃນ​ຄຸກ ແລະ ຄ້າຍ​​ຄຸມ​ຂັງ​ຂອງ​ສັດ​ຕູ​ໄລ​ຍະ​ຕໍ່ຕ້ານ ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ 1954 – 1975. ນະ​ທີ່ນີ້, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ຝາກ​ຄຳ​ຢື້​ຢາມ​ຖາມ​ຂ່າວ​ເຖິງ​ຜູ້​ແທນ 300 ທ່ານ ແລະ ຢືນ​ຢັນ​ວ່າ: ພັກ ແລະ ລັດ ຖື​ເປັນ​ສຳ​ຄັນ ແລະ ຕີ​ລາ​ຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ສະ​ມາ​ຊິກ​ພັກ​ເຂົ້າ​ຮ່ວມ​ຄະ​ນະ​ພັກ​ໃນ​ຄຸກ ແລະ ຄ້າຍ​ຄຸມ​ຂັງ​ຂອງ​ສັດ​ຕູ​ໄລ​ຍະ​ຕໍ່ຕ້ານ ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເນັ້ນ​ໜັກ​ວ່າ: ບັນ​ດາ​ອະ​ດີດ​ນັກ​ໂທດ​ການ​ເມືອງ​ໄດ້​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ​ການ​ປະ​ຕິ​ວັດ​ຂອງ​ປະ​ເທດ​ຊາ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຫວັງ​ວ່າ​ບັນ​ດາ​ສະ​ມາ​ຊິກ​​ຄະ​ນະ​ພັກ​ໃນ​ຄຸກສືບ​ຕໍ່​ສຶກ​ສາ​ມູນ​ເຊື້ອ​ການ​ປະ​ຕິ​ວັດ ແລະ ເປັນ​ແບບ​ຢ່າງ​ທີ່​ດີ​ໃຫ​້​ລຸ້ນ​ໜຸ່ມ​ປະ​ຕິ​ບັດ​ຕາມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ການ​ສ້າງ​ປະ​ເທດ​ຊາດຫຼາຍກວ່າ​ອີກ.


ຂ່າວ/ບົດ​ອື່ນ