ເລຂາທິການໃຫຍ່ຫງວຽນຟຸຈ້ອງເຮັດວຽກກັບກອງບັນຊາການກຳລັງນະຄອນຫຼວງຮ່າໂນ້ຍ
(ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ເຮັດວຽກກັບກອງບັນຊາການກຳລັງນະຄອນຫຼວງຮ່າໂນ້ຍ)
(vovworld) – ວັນທີ 01/01, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ, ເລຂາຄະນະພັກການທະຫານສູນກາງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການກຳລັງນະຄອນຫຼວງຮ່າໂນ້ຍ. ກ່າວຄຳເຫັນທີ່ການເຮັດວຽກກັບກອງບັນຊາການກຳລັງນະຄອນຫຼວງຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຮຽກຮ້ອງໃຫ້ບັນດາກົມກອງຕ້ອງເຂົ້າໃຈກ່ຽວກັບຄວາມໝາຍ, ຄວາມສຳຄັນຢ່າງເລິກເຊິງ ຂອງການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັນຄົມ, ວຽກງານປົກປັກຮັກສາປະເທດຊາດເວົ້າລວມ ແລະ ນະຄອນຮ່າໂນ້ຍເວົ້າສະເພາະ. ທ່ານເລຂາທິການໃຫຍ່ ໄດ້ໃຫ້ຄຳຕັກເຕື່ອນ, ພະນັກງານ, ນັກຮົບຂອງກອງບັນຊາການກຳລັງນະຄອນຫຼວງ ຍາມໃດກໍ່ສູ້ຊົນ, ຝຶກຝົນຫຼໍ່ຫຼອມ, ຢືດໝັ້ນ, ພ້ອມແລ້ວທີ່ຈະປະຕິບັດໜ້າທີ່ສຳເລັດໃຫ້ເປັນຢ່າງດີ ແລະ ຍາດໄດ້ໄຊຊະນະໃນບໍ່ວ່າສະພາບການໃດໆ.