ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ:ໜ້າທີ່ຈຸດສຸມໃນປີ2015ແມ່ນປະຕິບັດວຽກງານກໍ່ສ້າງພັກເປັນຢ່າງດີ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ:ໜ້າທີ່ຈຸດສຸມໃນປີ2015ແມ່ນປະຕິບັດວຽກງານກໍ່ສ້າງພັກເປັນຢ່າງດີ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ

(vovworld) – ໜ້າ​ທີ່​ຈຸດ​ສຸມ​ໃນ​ປີ 2015 ແມ່ນ​ປະ​ຕິ​ບັດ​ວຽກ​ງານກໍ່​ສ້າງ​ພັກ​ເປັນ​ຢ່າງ​ດີ - ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ຢັ້ງ​ຢືນ​ສິ່ງ​ດັ່ງ​ກ່​າວ​ໃນ​ການ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ VOV ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ກໍ່​ສ້າງ​ພັກ, ປັບ​ປຸງ​ພັກ, ເນື່ອງ​ໃນ​ໂອ​ກາດ​ລະ​ດູ​ບານ​ໃໝ່​ປີ​ມະ​ແມ 2015. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຢັ້ງ​ຢືນ​ວ່າ: "ໃນ​ປີ 2014, ຫວຽດ​ນາມ ສ້າງ​ໄດ້ບັນ​ດາ​ຂີດ​ໝາຍ​ອັນ​ດີ​ງາມ​, ໃນ​ນັ້ນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ບັນ​ລຸ​ເກືອບ 6%, ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ​ພໍ​ສົມ​ຄວນ. ຫວຽດ​ນາມ ກໍ່​ແກ້​ໄຂ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ເປັນ​ຢ່າງ​ດີ, ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ສັນ​ຕິ​ພາບ, ເປັນ​ປົກ​ກະ​ຕິ​ເພື່ອ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ປະ​ຕິ​ບັດ​ວຽກ​ງານກໍ່​ສ້າງ​ພັກ ແລະ​ ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​ຟົດ​ຟື້ນ​ໄດ້​ເຮັດ​ໃຫ້​ອິດ​ທິ​ພົນ​ຊື່​ສ​ຽງ, ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ"

ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ແລ້ວ, ປີ 2015, ຫວຽດ​ນາມ ຢື່ນ​ຕໍ່​ໜ້າ​ບັນ​ດາ​ກາ​ລະ​ໂອ​ກາດ, ກໍ່​ຄື​ຄວາມ​ຫຍຸ້ງ​ຍາກ, ການ​ທ້າ​ທາຍຫຼາຍ​ຢ່າງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຊີ້​ແຈ້ງວ່າ:

        “ອາດ​ເວົ້​າ​ໄດ້​ວ່າ, ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ໃນ​ປີ 2015 ແມ່ນ​ຕ້ອງ​ປະ​ຕິ​ບັດ​ວຽກ​ງານກໍ່​ສ້າງ​ພັກ ຕິດ​ພັນ​ກັບ​ວຽກ​ງານ​ກະ​ກຽມ​ຈັດ​ຕັ້ງກອງ​ປະ​ຊຸ​ມ​ໃຫຍ່​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ​, ມຸ່ງ​ໄປ​ເຖິງ​ກອງ​ປະ​ຊຸ​ມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ເປັນ​ຢ່າງ​ດີ, ດ້ວຍ​ຈຸດ​ໝາຍ​ເຮັດ​ແນ​ວ​ໃດ​ໃຫ້​ກອງ​ປະ​ຊຸມ​ໃຫຍ​່​ຂອງ​ພັກ​ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ນັບ​ທັງ​ດ້ານ​ເນື້ອ​ໃນ​ກໍ​ຄື​ກ່ຽວ​ກັບ​ວຽກ​ງານ​ບຸກ​ຄະ​ລາ​ກອນ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​, ມີ​ຄຸນ​ນະ​ພາບ, ຮັບ​ປະ​ກັນ​ມາດ​ຖານ, ຕອບ​ສະ​ໜອງ​ໄດ້​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ໄລ​ຍະ​ໃໝ່​ນີ້.”


ຂ່າວ/ບົດ​ອື່ນ