“ເລື່ອງລາວສັນຕິພາບ“-ສານສັນຕິພາບທີ່ຫວຽດນາມຢາກສົ່ງເຖິງໂລກ

“ເລື່ອງລາວສັນຕິພາບ“-ສານສັນຕິພາບທີ່ຫວຽດນາມຢາກສົ່ງເຖິງໂລກ - ảnh 1
ລາຍການ​ສິລະ​ປະ​ເລື່ອງ​ລາວ​ສັນຕິພາບ​ທີ 4
ດ້ວຍ​ຫົວ​ຂໍ້​ວ່າ “ກີບ​ດອກ​ໄມ້​ແຫ່ງ​ສັນຕິພາບ“
(ພາບ: TranTienDung)

(vovworld) - ລາຍການ​ສິລະ​ປະ​ເລື່ອງ​ລາວ​ສັນຕິພາບ​ທີ 4 ດ້ວຍ​ຫົວ​ຂໍ້​ວ່າ “ກີບ​ດອກ​ໄມ້​ແຫ່ງ​ສັນຕິພາບ“ ​ໂດຍ​ສະຖານທູດ ​ຫວຽດນາມ​ປະຈຳ ຍີ່ປຸ່ນ, ສົມທົບ​ກັບ​ໜັງສື​ພິມ ຕວຍ​ແຈ (​ໄວ​ໜຸ່ມ), ໜັງສືພິມ Mainichi ຂອງ ​ຍີ່ປຸ່ນ​ຈັດ​ຕັ້ງ, ​ໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 14/4, ຢູ່​ນະຄອນຫຼວງ​ ໂຕ​ກຽວ, ປະເທດ​ຍີ່ປຸ່ນ. ກ່າວ​ຄວາມ​ເຫັນ​ທີ່​ລາຍການ​ສະ​ແດງ, ທ່ານ ຫງວຽນ​ກວົກ​ເກື່ອງ, ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ​ປະຈຳ​ ຍີ່ປຸ່ນ, ​ໃຫ້​ຮູ້​ວ່າ:

        “ຫວຽດນາມ ​ແລະ ຍີ່ປຸ່ນ​ເຄີຍ​ຜ່ານ​ຜ່າ​ສົງຄາມ, ດັ່ງ​ນັ້ນ​ພວກ​ເຮົາ​ຈຶ່ງ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​​ໂດຍສົງຄາມກໍ່​ຂຶ້ນ. ຍິ່ງ​ກວ່າ​ຜູ້​ໃດ​ໝົດ, ຫວຽດນາມ ​ແລະ ຍີ່ປຸ່ນ​ເຂົ້າ​ໃຈ​ໄດ້​ຄຸນຄ່າ​ຂອງ​ສັນຕິພາບ ​ແລະ ປາຖະໜາ​ຢາກ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພີ່ມ​ພູມ​ຄູນ​ສ້າງ​ເພື່ອ​ສັນຕິພາບ. ນັ້ນ​ກໍ່​ແມ່ນ​ສານ​ຂອງ​ລາຍການ​ກີບ​ດອກ​ໄມ້​ແຫ່ງ​ສັນຕິພາບ, ດ້ວຍ​ການ​ສົມທົບ​ກັນ​ຢ່າງ​ລະອຽດ​ຄ່ອງ​ແຄ້ວ​ລະຫວ່າງ​ກີບ​ດອກ​ບົວ​ຂອງ​ ຫວຽດນາມ ​ແລະ ກີບ​ດອກ​ຊະ​ກຸຣະຂອງ​ ຍີ່ປຸ່ນ. ​ໄວ​ໜຸ່ມ​ ຫວຽດນາມ​ເວົ້າ​ສະ​ເພາະ ​ແລະ ປະຊາຊົນ​ຫວຽດນາມ​ເວົ້າ​ລວມຢາກ​ສົ່ງສານ​ເຖິງ​ໄວ​ໜຸ່ມ ​ຍີ່ປຸ່ນ, ປະຊາຊົນ ​ຍີ່ປຸ່ນ ນັ້ນ​ແມ່ນ​ພວກ​ເຮົາ, ປະ​ເທດ​ຮັກຫອມ​ສັນຕິພາບ, ​ແລະ ພວກ​ເຮົາ​ປາຖະໜາ​ວ່າ​ຈະຮ່ວມ​ແຮງ​ພ້ອມ​ກັບ​ ຍີ່ປຸ່ນມານະ​ພະຍາຍາມ​ສູ້​ຊົນ​ເພື່ອ​ສັນຕິພາບ​ບໍ່​ພຽງ​ແຕ່​ໃຫ້​ສອງ​ປະ​ເທດ​ພວກ​ເຮົາ​ເທົ່າ​ນັ້ນ, ຫາກ​ໃຫ້​ທັງ​ພາກ​ພື້ນ ​ແລະ ​ໂລກ​ອີກ​ດ້ວຍ“.


ຂ່າວ/ບົດ​ອື່ນ