ພາບປະກອບ:hanoimoi.com.vn
|
(vovworld) - ຕອນບ່າຍວັນທີ 29/11, ຢູ່ນະຄອນ ນີງບີ່ງ ໄດ້ດຳເນີນເວທີປາໄສສົ່ງເສີມການລົງທຶນເຂົ້າໃນຂົງເຂດກະສິກຳ, ຊົດນະບົດຢູ່ເຂດທົ່ງພຽງແມ່ນ້ຳແດງ” ໂດຍມີການເຂົ້າຮ່ວມຂອງຜູ້ແທນ 350 ທ່ານ ແມ່ນບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ. ເຂດທ່ົງພຽງແມ່ນ້ຳແດງແມ່ນເຂດເສດຖະກິດແຫ່ງໃຫຍ່ທີສອງ ຂອງຫວຽດນາມ. ສະນັ້ນ ການພັດທະນາກະສິກຳ, ຊົນນະບົດ ຢູ່ເຂດທົ່ງພຽງແມ່ນ້ຳແດງມີຄວາມໝາຍສຳຄັນໃນພາລະກິດພັດທະນາເສດຖະກິດສັງຄົມຂອງຫວຽດນາມ. ກ່າວຄຳເຫັນໄຂເວທີປາໄສ, ທ່ານ ຫວູວັນຕາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຢືນຢັນວ່າ: ເວທີປາໄສແມ່ນກາລະໂອກາດດີເພື່ອໃຫ້ບັນດາອົງການຄຸ້ມຄອງລັດ, ອຳນາດການປົກຄອງທ້ອງຖິ່ນ ແລະ ບັນດານັກລົງທຶນແນະນຳ, ແລກປ່ຽນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຢູ່ແຕ່ລະທ້ອງຖິ່ນ ແລະ ທົ່ວເຂດ, ປຶກສາຫາລືກ່ຽວກັບກົນໄກ, ນະໂຍບາຍບຸລິມະສິດທີ່ມີຕໍ່ການລົງທຶນເຂົ້າໃນຂົງເຂດກະສິກຳ, ຊົນນະບົດ.
“ການລົງທຶນກະສິກຳຕາມເຂດໂດຍອີງໃສ່ທິດນຳໃຊ້ບັນດາຂັ້ນຕອນປະຕິບັດເປັນຢ່າງດີ, ເຕັກໂນໂລຊີສູງ, ການຜະລິດອຸປະກອນສົມທົບກັບເຕັກໂນໂລຊີປຸງແຕ່ງ, ການຮັກສາພາຍຫລັງການເກັບກ່ຽວເພື່ອຍົກສູງຄຸນນະພາບ ແລະ ມູນຄ່າເພີ່ມ. ສືບຕໍ່ລົງທຶນ ແລະ ຍົກສູງປະສິດທິຜົນການນຳໃຊ້ພື້ນຖານໂຄງລ່າງເຂດຊົນນະບົດ, ກໍ່ສ້າງຊົນນະບົດໃຫມ່ຕາມຫລາຍຮູບການ, ນັບທັງການຮ່ວມມືຂອງລັດ.