ເສັ້ນ​ທາງ​ລົດ​ໄຟ ລາວ​ກາຍ - ຮ່າ​ໂນ້ຍ - ຫ໋າຍ​ຝ່ອງ​ຈະ​ຍົກ​ລະ​ດັບ​ການ​ຄ້າ ຫວຽດ​ນາມ - ຈີນ

(VOVWORLD) - ນັບແຕ່ປີ 2024, ຈີນ ແລະ ຫວຽດນາມ ໄດ້ແລກປ່ຽນເປັນຫຼາຍຄັ້ງກ່ຽວກັບການຊຸກຍູ້ການເຊື່ອມຕໍ່ເສັ້ນທາງລົດໄຟລະຫວ່າງສອງປະເທດ. 
ເສັ້ນ​ທາງ​ລົດ​ໄຟ ລາວ​ກາຍ - ຮ່າ​ໂນ້ຍ - ຫ໋າຍ​ຝ່ອງ​ຈະ​ຍົກ​ລະ​ດັບ​ການ​ຄ້າ ຫວຽດ​ນາມ - ຈີນ - ảnh 1ທ່ານ ກົວຈາຄວນ ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ: ກະຊວງການຕ່າງປະເທດຈີນ)

ຢູ່ວາລະອັດກອງປະຊຸມວິສາມັນຄັ້ງທີ 9 ສະພາແຫ່ງຊາດຊຸດທີ XV ໃນວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາແຜນນະໂຍບາຍລົງທຶນກໍ່ສ້າງເສັ້ນທາງລົດໄຟລາວກາຍ - ຮ່າໂນ້ຍ - ຫ໋າຍຝ່ອງ. ຂ່າວຄາວນີ້ໄດ້ຮັບຄວາມສົນໃຈຈາກສື່ມວນຊົນ ແລະ ຫາງສຽງຈີນ. ກ່າວຄຳເຫັນທີ່ກການຖະແຫຼງຂ່າວປະຈຳເດືອນໃນຕອນບ່າຍວັນທີ 19 ກຸມພາຢູ່ນະຄອນຫຼວງ ປັກກິ່ງ, ທ່ານ ກົວຈາຄວນ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ:

ນັບແຕ່ປີ 2024, ຈີນ ແລະ ຫວຽດນາມ ໄດ້ແລກປ່ຽນເປັນຫຼາຍຄັ້ງກ່ຽວກັບການຊຸກຍູ້ການເຊື່ອມຕໍ່ເສັ້ນທາງລົດໄຟລະຫວ່າງສອງປະເທດ. ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຍູ້ໄວຄວາມຄືບໜ້າໃນການຄົ້ນຄ້ວາຄວາມເປັນໄປໄດ້ຂອງເສັ້ນທາງລົດໄຟລະດັບຂະໜາດມາດຕະຖານ ລາວກາຍ - ຮ່າໂນ້ຍ - ຫ໋າຍຝ່ອງ ແລະ ວາງແຜນຜັງເສັ້ນທາງລົດໄຟຂະໜາດມາດຕະຖານ ດົ່ງດັງ - ຮ່າໂນ້ຍ ແລະ ມ້ອງກາຍ - ຮະລອງ - ຫ໋າຍຝ່ອງ, ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງເສັ້ນທາງລົດໄຟເຊື່ອມຕໍ່ ເຫີໂຂ່ ຂອງ ຈີນ ກັບເສັ້ນທາງລົດໄຟຂະໜາດມາດຕະຖານລາວກາຍຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ