( vovworld ) – “ ບົດບາດຂອງການສຳຫຼວດຫາງສຽງສັງຄົມໃນການຮັບໃຊ້ການເຄື່ອນໄຫວຂອງສະພາແຫ່ງຊາດ ” ແມ່ນເນື້ອໃນຂອງການສຳມະນາຢູ່ສູນຂໍ້ມູນຂ່າວ, ຫໍສະໝຸດ ແລະ ຄົ້ນຄວ້າວິທະຍາສາດ, ຫ້ອງວ່າການສະພາແຫ່ງຊາດ, ຖືກຈັນຂຶ້ນໃນຕອນເຊົ້າວັນທີ 24/4 ຢູ່ ຮ່າໂນ້ຍ. ທີ່ການສຳມະນາ, ບັນດາຜູ້ແທນໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບການສ້າງສຳເລັດຮູບແບບການຈັດຕັ້ງຂອງອົງການປະຕິບັດການສຳຫຼວດຫາງສຽງສັງຄົມ ເພື່ອຮັບໃຊ້ໃຫ້ສະພາແຫ່ງຊາດ ແລະ ມາດຕະການຕ່າງໆ ເພື່ອແນໃສ່ຍົກສູງຄຸນນະພາບຂອງການເຄື່ອນໄຫວດັ່ງກ່າວໃນໄລຍະທີ່ຈະມາເຖິງ. ຕາມບັນດາຜູ້ຊ່ຽວຊານແລ້ວ, ໝາກຜົນຂອງການສຳຫຼວດຫາງສຽງສັງຄົມຈະນຳມາເຊິ່ງປະສິດທິຜົນ ແລະ ມີຄຸ້ນຄ່ານຳໃຊ້ຢ່າງແທ້ຈິງ ເມື່ອການເຄື່ອນໄຫວສຳຫຼວດໄດ້ຮັບການຈັດຕັ້ງຕາມຂັ້ນຕອນຮັບປະກັນຄວາມໄວ້ເນື້ອເຊື່ອໃຈ, ພາວະວິໄສ, ມີພື້ນຖານວິທະຍາສາດທີ່ເໝາະສົມກັບຄວາມຮຽກຮ້ອງຕ້ອງການ.