ເຫດຍິງປືນຢູ່ ໄທ: ຕົວການຖືກດັບສູນ

(VOVWORLD) -ວັນທີ 09 ກຸມພາ, ບັນດາແຫຼ່ງຂ່າວການທະຫານ ແລະ ຕຳຫລວດ ໄທ ໃຫ້ຮູ້ວ່າ: ກຳລັງປ້ອງກັນຄວາມສະຫງົບປະເທດນີ້ ໄດ້ດັບສູນຕົວການແມ່ນນາຍທະຫານທີ່ໄດ້ກໍ່ໃຫ້ເກີດເຫດຍິງປືນຢ່າງນອງເລືອດໃນຕອນແລງວັນທີ 08 ກຸມພາ ຢູ່ນະຄອນ Korat ຂຶ້ນກັບແຂວງ Nakhon Ratchasima ເຮັດໃຫ້ຢ່າງໜ້ອຍສຸດມີ 25 ຄົນເສຍຊີວິດ ແລະ ກ່ວາ 30 ຄົນຮັບບາດເຈັບ.
ເຫດຍິງປືນຢູ່ ໄທ: ຕົວການຖືກດັບສູນ - ảnh 1 ເຫດຍິງປືນຢ່າງນອງເລືອດໃນຕອນແລງວັນທີ 08 ກຸມພາ ຢູ່ນະຄອນ Korat (ພາບ: TTXVN)

ຕົວການດັ່ງກ່າວຖືກດັບສູນຢູ່ສູນການຄ້າ Terminal 21. ວິທະຍຸກະຈາຍສຽງ ໄທ ໃຫ້ຮູ້ວ່າ: ຕອນເຊົ້າວັນທີ 09 ກຸມພາ, ທ່ານນາຍົກລັດຖະມົນຕ ໄທ ປຣາຢຸດ ຈັນໂອຈາ ໄດ້ລົງແຂວງ Nakhon Ratchasima ເພື່ອຢື້ຢາມຖາມຂ່າວຄົນເຈັບ. ໃນຕອນຄ່ຳວັນທີ 08 ກຸມພາ, ທ່ານນາຍົກລັດຖະມົນຕີ ປຣາຢຸດ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄອບຄົວບັນດາຜູ້ປະສົບເຄາະຮ້າຍ, ພ້ອມທັງອອກຄຳສັ່ງໃຫ້ບັນດາອົງການເຈົ້າໜ້າທີ່ທີ່ກ່ຽວຂ້ອງທັງໝົດນັ້ນແກ້ໄຂສະພາບການຢ່າງວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ