ເຫດຍິງລູກປືນໃຫຍ່ຈາກ ຊີຣີ ເຂົ້າໃສ່ເທດສະບານ Akcakale
ພາບ: dantri.com.vn
|
(vovworld) - ວັນທີ 3/10 ໄດ້ເກີດເຫດຍິງລູກປືນໃຫຍ່ຈາກ ຊີຣີ ເຂົ້າໃສ່ເທດສະບານ Akcakale ຂຶ້ນກັບແຂວງຊາຍແດນ Sanliurfa ທາງທິດຕາເວັນອອກສຽງໃຕ້ປະເທດ ຕວກກີ ເຮັດໃຫ້ຢ່າງຫນ້ອຍສຸດ 5 ຄົນເສຍຊີວິດ ແລະ 13 ຄົນຖືກບາດເຈັບ. ນີ້ແມ່ນຄັ້ງທີ 3 ທີ່ເຂດຊາຍແດນ ຕວກກີ ຖືກຍິງລູກປືນໃຫຍ່ ຈາກຝ່າຍ ຊີຣີ ຊຶ່ງແມ່ນສະຖານທີ່ພວມເກີດບັນດາການປະທະກັນລະຫວ່າງກຳລັງລັດຖະບານ ກັບຝ່າຍຄ້ານ ທວງໃຫ້ໂຄ່ນລົ້ມອຳນາດການປົກຄອງ ປະທານາທິບໍດີ Bashar Al Assad ແຕ່ເປັນຄັ້ງທຳອິດເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ. ອຳນາດການປົກຄອງທ້ອງຖິ່ນໄດ້ອອກຄຳສັ່ງເພີ່ມທະວີການປ້ອງກັນຄວາມສະຫງົບພາຍຫລັງເກີດເຫດຍິງລູກປືນ. ໃນອາທິດຜ່ານມາ, ຕວກກີ ໄດ້ກ່າວເຕືອນ ຊີຣີ ວ່າ ຈະມີການກະທຳໂຕ້ຕອບ ຖ້າຫາກຍັງສືບຕໍ່ເກີດບັນດາເຫດຍິງລູກປືນໃຫຍ່ຂ້າມຊາຍແດນ.