ເຫດວາງລະເບີດຢູ່ ໄທ ເຮັດໃຫ້ຫລາຍຄົນຮັບບາດເຈັບ

(VOVWORLD) - ວົງການເຈົ້າໜ້າທີ່ ໄທ ໃຫ້ຮູ້ວ່າ: ເຫດວາງລະເບີດໜຶ່ງໄດ້ເກີດຂຶ້ນໃນວັນທີ 24 ກຸມພາ ຢູ່ແຂວງ ສົງຄ໊າ, ພາກໃຕ້ປະເທດນີ້, ເຮັດໃຫ້ຢ່າງໜ້ອຍສຸດ 8 ຄົນຮັບບາດເຈັບ, ໃນນັ້ນມີນັກຮຽນ 2 ຄົນ. 

ກອງບັນຊາການແນວໜ້າເຂດ 4, ຮັບຜິດຊອບຄວາມໝັ້ນຄົງໃນທົ່ວທຸກແຂວງພາກໃຕ້ປະເທດນີ້ຖືວ່າ: ບັນດາມືປືນແຍກຕົວອອກຢູ່ພາກໃຕ້ ໄດ້ເຮັດໃຫ້ວັດຖຸທີ່ບັນຈຸໃນລົດກະບະແຕກ ເມື່ອແລ່ນຜ່ານແຂວງ ສົງຄ໊າ.

ເຫດວາງລະເບີດຢູ່ ໄທ ເຮັດໃຫ້ຫລາຍຄົນຮັບບາດເຈັບ - ảnh 1 ເຫດວາງລະເບີດຢູ່ ໄທ ເຮັດໃຫ້ຫລາຍຄົນຮັບບາດເຈັບ (ພາບ: AFP/TTXVN)

        ເຫດລະເບີດເກີດຂຶ້ນ ພາຍຫລັງການປະທະກັນລະຫວ່າງກອງທັບລາຊະອານາຈັກ ໄທ ແລະ ກຸ່ມທະຫານກະບົດໃນຕອນຄ່ຳວັນທີ 23 ກຸມພາ. ກຳລັງປ້ອງກັນຄວາມສະຫງົບປະເທດນີ້ ໄດ້ດັບສູນມືປືນ 5 ຄົນ. ພາຍຫລັງການປະທະກັນ, ໂຄສົກກອງບັນຊາການພາກໃຕ້ຂອງກອງທັບໄທ ໄດ້ກ່າວເຕືອນວ່າ ບັນດາກຸ່ມທະຫານກະບົດອາດຈະດຳເນີນການໂຕ້ຕອບ.

ຕອບກັບ

ຂ່າວ/ບົດ​ອື່ນ