ເຫດໄຟໄໝ້ຢູ່ໂຮງເຕັ້ນລຳທີ່ບຣາຊິນ ເຮັດໃຫ້ 200 ຄົນເສຍຊີວິດ
(ພາບ: vtv.vn)
(vovworld)- ຈຳນວນຜູ້ປະສົບເຄາະຮ້າຍໃນເຫດໄຟໄໝ້ຢູ່ໂຮງເຕັ້ນລຳເມື່ອວັນທີ 27/1 ຢູ່ນະຄອນ Santa Maria ທາງພາກໃຕ້ບຣາຊິນ ໄດ້ຂຶ້ນເຖິງຢ່າງໜ້ອຍສຸດ 245 ຄົນແລ້ວ. ບໍ່ທັນຮູ້ແຈ້ງສາຍເຫດຕົ້ນຕໍທີ່ຊັດເຈນຂອງເຫດອັກຄີໄພດັ່ງກ່າວເທື່ອແຕ່ຕາມສື່ມວນຊົນບຣາຊິນ ແລ້ວ, ເຫດການໄຟໄໝ້ໄດ້ເກີດຂຶ້ນໃນເວລາປະມານ 2 ໂມງເຊົ້າຕາມເວລາທ້ອງຖິ່ນ ຂະນະທີ່ໂຮງເຕັ້ນລຳ “Kiss“ ພວມຈັດງານລ້ຽງໃຫ້ແກ່ນັກສຶກສາ ໂດຍມີການເຂົ້າຮ່ວມຂອງວົງດົນຕີ Rock ຊື່ງໄດ້ສະແດງພ້ອມກັບການຍິງບັ້ງໄຟດອກ. ບັນດາຜູ້ປະສົບເຄາະຮ້າຍຖືກເສຍຊີວິດຍ້ອນແຫຍ້ຢຽບກັນ, ບໍ່ສາມາດຫັນໃຈໄດ້. ປະຈຸບັນ, ວຽກງານຊອກຫາບັນດາຜູ້ປະສົບເຄາະຮ້າຍພວມສືບຕໍ່ໄດ້ຮັບການດຳເນີນ. ປະທານາທິບໍດີບຣາຊິນ Dilma Rousseff ໄດ້ຫລຸດເວລາໄປຢ້ຽມຢາມຈີເລ ໃຫ້ສັ້ນລົງເພື່ອກັບເມືອປະເທດແກ້ໄຂເຫດການດັ່ງກ່າວ.