ເອກອັກຄະລັດຖະທູດ Senegal ຢືນຢັນວ່າ, ຫວຽດນາມ ມີຄວາມຮັບຜິດຊອບສູງ ແລະ ເດີນຕາມສັນຕິພາບ

(VOVWORLD) -ຫວຽດນາມ ມີບົດຮຽນຫຼາຍຢ່າງຍ້ອນເຄີຍຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2008 – 2009 ເປັນຢ່າງດີທີ່ສຸດແລ້ວ.

ຕໍ່ໜ້າການປ່ອນບັດເລືອກຕັ້ງ 5 ທີ່ນັ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນນັ້ນມີ 1 ທີ່ນັ່ງໃຫ້ແກ່ກຸ່ມບັນດາປະເທດອາຊີ - ປາຊີຟິກ ເຊິ່ງຫວຽດນາມ ແມ່ນປະເທດອອກສະໝັກເລືອກຕັ້ງໜຶ່ງດຽວເພື່ອເປັນຕົວແທນໃຫ້ກຸ່ມນີ້, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສຳພາດທ່ານ Cheikh Niang, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ Sennegal ປະຈຳສະຫະປະຊາຊາດ ກ່ຽວກັບຄວາມຫວັງຂອງບັນດາປະເທດອາຟະລິກາ ສຳລັບຫວຽດນາມ.

        ຕີລາຄາກ່ຽວກັບບັນດາການປະກອບສ່ວນຂອງຫຽດນາມ ໃຫ້ແກ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ຖ້າຫາກໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງຈະມາເຖິງ, ທ່ານເອກອັກຄະລັດຖະທູດ Cheikh Niang ຊີ້ແຈ້ງວ່າ, ຫວຽດນາມ ມີບົດຮຽນຫຼາຍຢ່າງຍ້ອນເຄີຍຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2008 – 2009 ເປັນຢ່າງດີທີ່ສຸດແລ້ວ. ຕາມທ່ານແລ້ວ, ປະຈຸບັນທີ່ຕັ້ງບົດບາດຂອງຫວຽດນາມ ໃນພາກພື້ນກໍ່ຊີ້ໃຫ້ເຫັນວ່າ, ຫວຽດນາມ ໄດ້ຮັບການຄັດເລືອກ, ສະໜັບສະໜູນ ຂອງທັງພາກພື້ນອາຊີ ໃຫ້ດຳລົງຕຳແໜ່ງດັ່ງກ່າວ.  ຫວຽດນາມ ກໍ່ໄດ້ຮັບການຮັບຮອງວ່າແມ່ນປະເທດມີບົດບາດສຳຄັນໃນພາກພື້ນ, ບາງເທື່ອໃນພາກພື້ນເກີດຄວາມເຄັ່ງຕຶງ, ປະທະກັນ, ຄວາມບໍ່ລົງລອຍກັນໃນບາງບັນຫາ, ແຕ່ຍາມໃດຫວຽດນາມ ກໍ່ສະແດງໃຫ້ເຫັນວ່າແມ່ນປະເທດມີຄວາມຮັບຜິດຊອບ.

ຕອບກັບ

ຂ່າວ/ບົດ​ອື່ນ