ເອກອັກຄະລັດຖະທູດຫວຽດນາມປະຈຳSlovakiaຍື່ນສານຕາຕັ້ງຕໍ່ປະທານາທິບໍດີSlovakia
ທ່ານນາງ ໂຮ່ດັກມິງຫງວຽດ ແລະ ທ່ານປະທານາທິບໍດີ ສ. Slovakia Andrej Kiska
(vovworld) - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສ. Slovakia ໂຮ່ດັກມິງຫງວຽດ ຫາກໍ່ຍື່ນສານຕາຕັ້ງຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ຕໍ່ປະທານາທິບໍດີ ສ. Slovakia Andrej Kiska. ທີ່ການຕ້ອນຮັບພາຍຫຼັງພິທີຕ້ອນຮັບ, ທ່ານປະທານາທິບໍດີ Andrej Kiska ສະເໜີໃຫ້ທ່ານນາງເອກອັກຄະລັດຖະທູດ ໂຮ່ດັກມິງຫງວຽດ ຮ່ວມມືຢ່າງແໜ້ນແຟ້ນກັບບັນດາອົງການ, ກະຊວງ, ຂະແໜງການ, ອົງການຈັດຕັ້ງ, ວິສາຫະກິດ, ມະຫາວິທະຍາໄລຂອງ Slovakia ເພື່ອແນໃສ່ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດ ເລິກເຊິ່ງກ່ວາອີກ, ພິເສດແມ່ນໃນຂົງເຂດການຄ້າ, ການລົງທຶນ, ການສຶກສາ, ພະລັງງານ, ການທ່ອງທ່ຽວ… ສ່ວນທ່ານນາງ ໂຮ່ດັກມິງຫງວຽດ ຢືນຢັນວ່າ: ຫວຽດນາມ ນັບຖືການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ທີ່ມີມາເປັນເວລາເກືອບ 65 ປີລະຫວ່າງ ຫວຽດນາມ ແລະ Slovakia, ຖືນີ້ແມ່ນຊັບສົນບັດອັນລ້ຳຄ່າເຊິ່ງ 2 ປະເທດຄວນສືບຕໍ່ເພີ່ມພູນຄູນສ້າງ ແລະ ພັດທະນາເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ. ທ່ານນາງກໍ່ຢືນຢັນຈະມານະພະຍາຍາມປະຕິບັດສຳເລັດພາລະໜ້າທີ່ຂອງຕົນ, ປະກອບສ່ວນຊຸກຍູ້ການພົວພັນ 2 ຝ່າຍໃຫ້ນັບມື້ນັບພັດທະນາອັນດີງາມຍິ່ງຂຶ້ນ.