ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ບູນກາຣີ ໃຫ້ເລິກເຊິ່ງຂຶ້ນເຕີມ
(ທ່ານນາຍົກລັດຖະມົນຕີ ສ.ບູນກາຣີ Plamen Oresharski
ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ)
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ, ທ່ານນາຍົກລັດຖະມົນຕີ ສ.ບູນກາຣີ Plamen Oresharski ແລະ ພັນລະຍາ, ຈະເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 06 – 09/04.
ນັບແຕ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ເມື່ອວັນທີ 08/02/1950, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ບູນກາຣີ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ດີງາມ. ບູນກາຣີ ແມ່ນໜຶ່ງໃນຈຳນວນ 10 ປະເທດໃນໂລກ ຮັບຮູ້ ແລະ ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ. ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດໃນຊຸມປີມໍ່ໆມານີ້ໄດ້ຮັບການພັດທະນາຢ່າງຕັ້ງໜ້າ, ມີຄວາມສະຖຽນລະພາບ. ການພົວພັນຮ່ວມມືລະຫວ່າງ 2 ປະເທດ ໃນບັນດາຂົງເຂດອື່ນໆຄື, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການສຶກສາບຳລຸງສ້າງ, ວັດທະນະທຳ ກໍ່ບັນລຸໄດ້ບັນດາໝາກຜົນອັນດີງາມ. 2 ຝ່າຍພວມຕັ້ງໜ້າຜັນຂະຫຍາຍ “ໂຄງການຮ່ວມມືດ້ານການສຶກສາໄລຍະ 2012 - 2016”. 2 ປະເທດກໍ່ມີການຮ່ວມມືທີ່ດີ ທີ່ບັນດາເວທີປາໄສຫຼາຍຝ່າຍ.
ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ບູນກາຣີ ແມ່ນໂອກາດເພື່ອໃຫ້ການນຳ 2 ປະເທດແລກປ່ຽນບັນດາມາດຕະການຊຸກຍູ້ ແລະ ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ - ບູນກາຣີ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນຍິ່ງເລິກເຊິ່ງຂຶ້ນຕື່ມ.