ແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດຫລັງສົງຄາມແບບຍືນຍົງ
ພາບປະກອບ:internet
|
(vovworld)- ວັນທີ 4/12, ຢູ່ ຮ່າໂນ້ຍ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ສົມທົບກັບກອງທຶນທະຫານຜ່ານເສີກ ອາເມລິກາ ປະຈຳຫວຽດນາມ, ອົງການຫນູນຊ່ວຍຜູ້ປະສົບເຄາະຮ້າຍຈາກລູກລະເບີດ ໄດ້ຈັດຕັ້ງກອງປະຊຸມສຳມະນາໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລູກລະເບີດ. ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາໄດ້ຮັບຟັງບັນດາບົດລາຍງານໂດຍສັງເຂບ ແລະ ກຳນົດທິດຊ່ວຍເຫລືອຜູ້ປະສົບເຄາະຮ້າຍຈາກລູກລະເບີດຂອງຄະນະຊີ້ນຳໂຄງການດຳເນີນງານແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດຫລັງສົງຄາມ ໄລຍະ 2010-2025, ແຜນການປະຕິບັດໂຄງການດຳເນີນງານແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດຫລັງສົງຄາມຮອດປີ 2015. ທີ່ກອງປະຊຸມສຳມະນາ, ບັນດາອງການ, ຫົວຫນ່ວຍພາຍໃນປະເທດ ແລະ ຕ່າງປະເທດ ໄດ້ປຶກສາຫາລື, ແບ່ງປັນບົດຮຽນໃນການຫນູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ ແລະ ຊ່ວຍເຫລືອຜູ້ປະສົບເຄາະຮ້າຍຈາກລູກລະເບີດຢູ່ຫວຽດນາມ. ບັນດາຜູ້ແທນຖືວ່າ: ເພື່ອຍູ້ໄວລະດັບຄວາມໄວການແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ ຕ້ອງມີການເຂົ້າຮ່ວມຂອງບັນດາກະຊວງ, ຂະແຫນງການ, ນັບທັງວົງຄະນາຍາດສັງຄົມ ກໍຄືການຊ່ວຍເຫລືອ, ອຸປະຖຳຂອງບັນດາອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານ.