ແຂກທ່ອງທ່ຽວສາກົນມາທ່ຽວ ຫວຽດນາມ ໃນເດືອນ ມັງອນ 2019 ບັນລຸກວ່າ 1,5 ລ້ານເທ່ື່ອຄົນ

(VOVWORLD) - ຈໍານວນແຂກທ່ອງທ່ຽວພາຍໃນປະເທດ ໃນເດືອນ ມັງກອນ 2019 ຈະບັນລຸ 6,6 ລ້ານເທື່ອຄົນ. ລາຍຮັບທັງໝົດຈາກການບໍລິການທ່ອງທ່ຽວບັນລຸ 56.500 ຕື້ດົ່ງ.

        ແຂກທ່ອງທ່ຽວສາກົນ ມາທ່ຽວ ຫວຽດນາມ ໃນເດືອນມັງກອນ 2019 ຄາດວ່າ ບັນລຸເກືອບ 1,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເມື່ອທຽບໃສ່ ເດືອນທັນວາ 2018, ຈໍານວນແຂກ ທ່ອງທ່ຽວສາກົນມາທ່ຽວ ຫວຽດນາມ ເພີ່ມຂຶ້ນ 9,3%, ໃນນັ້ນ ແຂກທ່ອງທ່ຽວທີ່ມາຈາກເອີຣົບ, ອາເມລິກາ, ໂອເຊອານີ  ລ້ວນແຕ່ເພີ່ມຂຶ້ນຢ່າງແຮງ ຍ້ອນຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບມາຕ້ອນຮັບບຸນປີໃໝ່ຢູ່ບ້ານເກີດເມືອງນອນ. ພ້ອມກັນນັ້ນ, ບັນດາປະເທດ ເອີຣົບ ແລະ ທະວິບອາເມລິກາ ພວມຢູ່ໃນໄລຍະພັກລະດູໜາວ ສະນັ້ນ ຄວາມຕ້ອງການໄປທ່ອງທ່ຽວຢູ່ຕ່າງປະເທດຂອງປະຊາຊົນຢູ່ທີ່ນີ້ ແມ່ນຫຼາຍພໍສົມຄວນ. ຄາດວ່າ ຈໍານວນແຂກທ່ອງທ່ຽວພາຍໃນປະເທດ ໃນເດືອນ ມັງກອນ 2019 ຈະບັນລຸ 6,6 ລ້ານເທື່ອຄົນ. ລາຍຮັບທັງໝົດຈາກການບໍລິການທ່ອງທ່ຽວບັນລຸ 56.500 ຕື້ດົ່ງ.

        ປີ 2019, ຂະແໜງທ່ອງທ່່ຽວ ຫວຽດນາມ ສູ້ຊົນ ຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ໄດ້ປະມານ 18 ລ້ານເທື່ອຄົນ, ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດໃຫ້ໄດ້ 85 ລ້ານເທື່ອຄົນ, ສ້າງລາຍຮັບຈາກການບໍລິການທ່ອງທ່ຽວໃຫ້ໄດ້ຫຼາຍກວ່າ 700.000 ຕື້ດົ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ