ແຂວງກຽນຢາງ: ໄຂວັນບຸນໂຄສະນານ້ຳປາ ຟຸ໋ກວກ
(ພາບປະກອບ)
(vovworld) – ຕອນບ່າຍວັນທີ 14/07, ຢູ່ເມືອງເກາະຟຸ໋ກວກ, ແຂວງກຽນຢາງ ໄດ້ຈັດວັນບຸນໂຄສະນານ້ຳປາ ຟຸ໋ກວກປີ 2014 ເຊິ່ງແມ່ນໜຶ່ງໃນບັນດາການເຄື່ອນໄຫວສະໜັບສະໜູນສັບປະດາສື່ສານແນະນຳນ້ຳປາ ຟຸ໋ກວກ. ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດມີເງື່ອນໄຂໂຄສະນາບັນດາຄຸນຄ່າດ້ານເສດຖະກິດ, ວັດທະນະທຳ, ໂຄສະນາກ່ຽວກັບອາຊີບຜະລິດນ້ຳປາທີ່ມີມາແຕ່ດົນນານຂອງຟຸ໋ກວດ ເຖິງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານນາງ ໂຮ່ທິກິມລຽນ, ປະທານສະພາບໍລິຫານ ບໍລິສັດຫຸ້ມສ່ວນການຄ້າ ຂາຍຮ່ວານ ໃຫ້ຮູ້ວ່າ.
“ຜ່ານວັນບຸນນີ້, ນ້ຳປາຂາຍຮ່ວານ ຂອງພວກຂ້າພະເຈົ້າປາດຖະໜາຢາກໂຄສະນາເຄື່ອງໝາຍການຄ້ານ້ຳປາຟຸ໋ກວກ ເຖິງເພື່ອນມິດທັງຢູ່ພາຍໃນ ແລະ ຕ່າງປະເທດ. ພ້ອມທັງສະເໜີໃຫ້ຜູ້ບໍລິໂພກສາມາດຮູ້ດີວ່າ ຜະລິດຕະພັນນ້ຳປາຊະນິດໃດແມ່ນຂອງຟຸ໋ກວກ ແທ້”.