ນາຍົກລັດຖະມົນຕີ ລັດເຊຍ Dmitri Medvedev
ພາບ: internet
|
(vovworld)- ກ່ອນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນວັນທີ 6 ແລະ 7/11, ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitri Medvedev ໄດ້ຕອບສຳພາດຕໍ່ນັກຂ່າວ ຫວຽດນາມ ປະຈຳລັດເຊຍ. ທ່ານນາຍົກລັດຖະມົນຕີ Dmitri Medvedev ໃຫ້ຮູ້ວ່າ: ການຢ້ຽມຢາມ ຫວຽດນາມຄັ້ງນີ້ແມ່ນເພື່ອປັບປຸງສາຍພົວພັນຄູ່ຮ່ວມມືຍຸດທະສາດ, ການພົວພັນມິດຕະພາບລະຫວ່າງ ລັດເຊຍ ແລະ ຫວຽດນາມໃນຊຸມປີຜ່ານມາ ກໍຄືເພ່ີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ Dmitri Medvedev ໃຫ້ຮູ້ວ່າ: ຫນຶ່ງໃນບັນດາເນື້ອໃນບຸລິມະສິດໃນການປຶກສາຫາລືລະຫວ່າງການນຳສອງປະເທດນັ້ນແມ່ນ ບັນຫາເສດຖະກິດ. ຕາມທ່ານ Dmitri Medvedev ແລ້ວ, ປະຈຸບັນ ການຮ່ວມມືເສດຖະກິດລະຫວ່າງ ຫວຽດນາມ ແລະ ລັດເຊຍບໍ່ທັນສົມກັບຄວາມສາມາດບົ່ມຊອ້ນຂອງແຕ່ລະປະເທດ, ສະນັ້ນ ໃນໄລຍະຈະມາເຖິງ ຫນ້າທີ່ຂອງສອງຝ່າຍແມ່ນຊຸກຍູ້ການຮ່ວມມືເສດຖະກິດ ການຄ້າຂອງສອງປະເທດໃຫ້ມີປະສິດທິຜົນກວ່າອີກ. ຄຽງຄູ່ກັນນັ້ນ ບັນດາການນຳກໍປຶກສາຫາລືກ່ຽວກັບການສ້າງໂຄງປະກອບການຮ່ວມມື ລັດເຊຍ - ຫວຽດນາມ, ບັນດາບັນຫາໃນພາກພື້ນ ແລະ ສາກົນຊຶ່ງສອງປະເທດຕ່າງກໍມີຄວາມສົນໃຈ. ເມື່ອຕອບຄຳຖາມກ່ຽວກັບເລ່ືອງ, ຫວ່າງມໍ່ໆມານີ້ ການນຳຂັ້ນສູງ ຫວຽດນາມ ແລະ ລັດເຊຍ ເຫັນດີ ສອງປະເທດຈະເພີ່ມທະວີການຮ່ວມມືໃນຂົງເຂດນ້ຳມັນອາຍແກສ, ນາຍົກລັດຖະມົນຕີ Dmitri Medvedev ໃຫ້ຮູ້ວ່າ
“ຂ້າພະເຈົ້າຖືວ່າ ແງ່ຫວັງການສົມທົບດຳເນີນງານໃນຂົງເຂດນ້ຳມັນອາຍແກສແມ່ນສັນຍານດີ. ພວກເຮົາຄວນເປີດກວ້າງທິດຮ່ວມມື, ຕົວຢ່າງຫັນໄປສູ່ການພົວພັນຮ່ວມມືດ້ານເຕັກໂນໂລຊີສູງ ແລະ ຮູບການຮ່ວມມືໃຫມ່ ສະຫນອງພະລັງງານ ເຊື້ອໄຟ. ຂ້າພະເຈົ້າຖືວ່າ ທັງລັດເຊຍ ແລະ ຫວຽດນາມ ລ້ວນແຕ່ສົນໃຈເຖິງການສະຫນອງເຕັກນິກສູງໃນຂົງເຂດພະລັງງານເພາະວ່າ ໂລກພວມປ່ຽນແປງ ແລະ ເຕັກໂນໂລຊີນັບມື້ນັບກ້າວຫນ້າ. ຖ້າຫາກພວກເຮົາສຸມໃສ່ທິດຮ່ວມມືນີ້ຈະນຳມາເຊິ່ງໝາກຜົນສູງກວ່າ.
Diep Anh– ນັກຂ່າວ VOV ປະຈຳລັດເຊຍ