ແດນມາກຕໍ່ກຳນົດເວລາຄວບຄຸມຊາຍແດນເພື່ອຄວບຄຸມຊາວອົບພະຍົບຢ່າງຜິດກົດໝາຍ
(ພາບປະກອບ: AFP/TTXVN)
(vovworld) – ວັນທີ 13/01, ລັດຖະບານແດນມາກ ຕົກລົງຕໍ່ກຳນົດເວລານຳໃຊ້ບັນດາມາດຕະການຄວບຄຸມຊາຍແດນຊົ່ວຄາວ ຢູ່ເສັ້ນຊາຍແດນຕິດກັບເຢຍລະມັນ ຕື່ມອີກ 20 ວັນ, ແມ່ນຮອດວັນທີ 03/02. ລັດຖະບານ ແດນມາກ ໄດ້ຍົກອອກຂໍ້ຕົກລົງນີ້ຍ້ອນຖືວ່າ ມີໄພຈະມີຊາວອົບພະອົບຢ່າງຜິດກົດໝາຍເປັນຈຳນວນຫຼວງຫຼາຍອາດຈະເຂົ້າມາປະເທດນີ້. ກ່ອນໜ້ານັ້ນ, ການນຳແດນມາກ ກ່າວເຕືອນວ່າ, ຖ້າຫາກສະຫະພາບເອີລົບ ບໍ່ສາມາດປົກປ້ອງເຂດຊາຍແດນພາຍໃນກຸ່ມຂອງຕົນໄດ້ ຈະມີຫຼາຍປະເທດສະມາຊິກຕອງນຳໃຊ້ມາດຕະການຄວບຄຸມຊາຍແດນຄືກັບແດນມາກ.