(vovworld) - ວັນທີ 03/01, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມກັບບັນດາອົງການແນວໂຮມທ້ອງຖິ່ນກ່ຽວກັບວຽກງານຜັນຂະຫຍາຍ ປະກອບຄຳຄິດຄຳເຫັນໃສ່ຮ່າງປັບປຸງລັດຖະທຳມະນູນປີ 1992. ທ່ານ ວູຈ້ອງກີມ, ຮອງປະທານທັງເປັນເລຂາທິການໃຫຍ່ຄະນະກຳມະການໃຫ້ຮູ້ວ່າ, ພາຍຫຼັງກອງປະຊຸມຄັ້ງນີ້, ແນວໂຮມປະເທດຊາດ ແລະ ບັນດາອົງການແນວໂຮມທ້ອງຖິ່ນ ຈະຈັດບັນດາການສຳມະນາ, ໂອ້ລົມສົນທະນາກ່ຽວກັບເນື້ອໃນ, ຮູບແບບທີ່ອຸດົມສົມບຸນ, ເສີມຂະຫຍາຍພູມປັນຍາຂອງປະຊາຊົນທຸກຊັ້ນວັນນະ. ຕາມທ່ານ ວູຈ້ອງກີມ ແລ້ວ, ແນວໂຮມປະເທດຊາດຫວຽດນາມ ຈະປະຕິບັດປະຊາທິປະໄຕຢ່າງກວ້າງຂວາງ ເພື່ອໃຫ້ປະຊາຊົນທຸກຊັ້ນວັນນະສາມາດເຂົ້າຮ່ວມປະກອບຄຳຄິດຄຳເຫັນຢ່າງຄົບຖ້ວນເຂົ້າໃນຮ່າງປັບປຸງລັດຖະທຳມະນູນປີ 1992. ບົນຈິດໃຈນັ້ນ, ສິດເປັນເຈົ້າຂອງປະຊາຊົນຈະໄດ້ຮັບການເສີມຂະຫຍາຍແຕ່ຂັ້ນຮາກຖານ.