ແນວໂຮມປະເທດຊາດຫວຽດນາມປະກອບຄຳເຫັນກໍ່ສ້າງພັກແລະອຳນາດການປົກຄອງ
ແນວໂຮມປະເທດຊາດຫວຽດນາມ
ປະກອບຄຳເຫັນກໍ່ສ້າງພັກແລະອຳນາດການປົກຄອງ
(ພາບ: mattran)
(vovworld) - ຕອນເຊົ້າວັນທີ 24/12, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ “ແນວໂຮມປະເທດຊາດຫວຽດນາມ ປະກອບຄຳເຫັນກໍ່ສ້າງພັກ ແລະ ອຳນາດການປົກຄອງ - ສະພາບຕົວຈິງ ແລະ ມາດຕະການແກ້ໄຂ”. ຕາມທ່ານ ເຈີນເຫົ້າ, ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ແນວໂຮມປະເທດຊາດໄດ້ກາຍເປັນອົງການຕາງໜ້າໃຫ້ສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ຖືກຕາມກົດໝາຍຂອງປະຊາຊົນ, ກະບອກສຽງຂອງແນວໂຮມປະເທດຊາດ, ແມ່ນສຽງເວົ້າຂອງອົງການຈັດຕັ້ງຂອງປະຊາຊົນ… ທີ່ກອງປະຊຸມ, ບັນດາຜູ້ແທນກໍສະເໜີແນວໂຮມປະເທດຊາດຫວຽດນາມ ຕ້ອງປ່ຽນໃໝ່ວິທີການເຄື່ອນໄຫວ, ຫັນຮູບແບບການປະກອບຄຳເຫັນເປັນຫຼາຍຮູບຫຼາຍແບບ, ຖືເລື່ອງປະກອບຄຳເຫັນໂດຍກົງເປັນສຳຄັນ, ສຸມໃສ່ກຳແໜ້ນຫາງສຽງສັງຄົມຂອງບັນດາອົງການຈັດຕັ້ງແນວໂຮມປະເທດຊາດທຸກຂັ້ນ…