ແບ່ງປັນບົດຮຽນແນໃສ່ຫັນບັນດາເຫດການສິລະປະເປັນວິຊາຊີບ
(VOVWORLD) - ວັນທີ 31 ຕຸລາ, ທີ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ສະຖານທູດ ແດນມາກ ປະຈຳ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ “ຫັນເປັນວິຊາຊີບໃນການຈັດຕັ້ງບັນດາເຫດການສິລະປະຢູ່ ຫວຽດນາມ”.
ກອງປະຊຸມສຳມະນາໄດ້ດຶງດູດເອົານັກຄຸ້ມຄອງ, ນັກຄົ້ນຄວ້າວັດທະນະທຳ ແລະ ນັກຈັດສ້າງລາຍການສະແດງສິລະປະຢູ່ພາຍໃນປະເທດ, ສາກົນເຂົ້າຮ່ວມເປັນຈຳນວນຫລວງຫລາຍ ເພື່ອແບ່ງປັນບົດຮຽນໃນການຈັດຕັ້ງເຫດການສິລະປະຢູ່ ຫວຽດນາມ; ການຫັນບັນດາເຫດການສິລະປະເປັນວິຊາຊີບໃນຍຸດທະສາດພັດທະນາອຸດສາຫະກຳວັດທະນະທຳ…
ກອງປະຊຸມສຳມະນາ (ພາບ: TTXVN) |
ທີ່ກອງປະຊຸມສຳມະນາ, ນັກຊ່ຽວຊານຫລາຍທ່ານຖືວ່າ: ເພື່ອສ້າງເປັນວິຊາຊີບໃນການຈັດຕັ້ງເຫດການຢູ່ ຫວຽດນາມ ນັ້ນ ຕ້ອງມີການເຊື່ອມຕໍ່, ສ້າງຕາໜ່າງຢ່າງແໜ້ນແຟ້ນລະຫວ່າງຜູ້ຈັດຕັ້ງ, ນັກສິລະປະປິນ, ຫົວໜ່ວຍສະໜອງການບໍລິການ, ຜົນງານ, ກໍ່ຄືຜູ້ທີ່ເຮັດວຽກງານໂຄສະນາ, ນັກອຸປະຖຳຕ່າງໆ.