ແຜນກຳນົດພັດທະນາ ລະບົບທ່າເຮືອໃນເຂດດິນຕໍ່ແຜ່ນ ຫວຽດນາມຮອດປີ 2020
ທ່ານນາຍົກລັດຖະມົນຕີຫາກໍ່ເຊັນຂໍ້ຕົກລົງກ່ຽວກັບການເຊັນອະນຸມັດການວາງແຜນກຳນົດພັດທະນາລະບົບທ່າເຮືອໃນເຂດດິນຕໍ່ແຜ່ນຫວຽດນາມຮອດປີ 2020, ການກຳນົດທິດຮອດປີ 2030. ຕາມນັ້ນແລ້ວ, ລະບົບທ່າກຳປັ່ນຕ້ອງຖືກສ້າງຂຶ້ນບົນພື້ນຖານຄວາມຕ້ອງການພັດທະນາເສດຖະກິດຂອງເຂດ ແລະມີປະລິມານສິນຄ້າສົ່ງອອກນຳເຂົ້າຫຼາຍ, ຕິດພັນກັບເສັ້ນທາງຄົມມະນາຄົມແຫ່ງຊາດ, ສາກົນ ໄປຍັງທ່າກຳປັ່ນ ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດເຂດ. ນອກຈາກນັ້ນແລ້ວ, ທ່າເຮືອໃນເຂດດິນຕໍ່ແຜ່ນຕ້ອງຮັບປະກັນທີ່ດິນຢ່າງພຽງພໍ ເພື່ອຕອບສະໜອງຄວາມຕ້ອງການພັດທະນາໃນໄລຍະຍາວນານ ແລະປະຕິບັດຕາມບັນດາຂໍ້ກຳນົດຂອງກົດໝາຍກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ເຕັກໂນໂລຊີ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ…