ແມ່ຍິງ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື
Quoc Khanh, VOV ປະຈຳລາວ -  
ການເຮັດວຽກລະຫວ່າງແມ່ຍິງ 2 ປະເທດ ຫວຽດນາມ - ລາວ
(vovworld) – ວັນທີ 20/8, ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນສະຫະພັນແມ່ຍິງ ຫວຽດນາມ ແລະ ລາວ ມີການພົບປະ ແລະ ແລກປ່ຽນກ່ຽວກັບເລື່ອງເພີ່ມທະວີການຮ່ວມມືໄລຍະ 2013 – 2017. ນະທີ່ນີ້, ສະຫະພັນແມ່ຍິງ 2 ປະເທດໄດ້ເຫັນດີເປັນເອກະສັນບັນດາມາດຕະການໃນການຜັນຂະຫຍາຍບັນດາໂຄງການເຄື່ອນໄຫວຮ່ວມມືໄລຍະ 2013 – 2017, ຕາມນັ້ນແລ້ວ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ບັນດາບົດຮຽນຊ່ວຍແມ່ຍິງພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ຕ້ານໄພສັງຄົມ, ພິເສດແມ່ນການຕ້ານການຄ້າມະນຸດ ແລະ ຢາເສບຕິດ, ປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍ ກໍ່ຄືການປະຕິບັດກົດໝາຍປົກປ້ອງສິດທິ ແລະ ພັນທະຂອງແມ່ຍິງ.
Quoc Khanh, VOV ປະຈຳລາວ