ໂຄງການ“ຊາວ ຫວຽດນາມບຸລິມະ ສິດໃຊ້ສິນຄ້າ ຫວຽດນາມ“ໄດ້ ແຜ່ຂະຫຍາຍ ຢ່າງກວ້າງຂວາງ
(ພາບ: mattran.org.vn)
(vovworld) – ພາຍຫຼັງປະຕິບັດບັ້ນຂົນຂວາຍ “ຊາວຫວຽດນາມບຸລິມະສິດໃຊ້ ສິນຄ້າຫວຽດນາມ“ ເປັນເວລາ 4 ປີ, ໂຄງການໄດ້ຂະຫຍາຍອອກຢ່າງແຮງໃນສະຕິຄວາມຮັບຮູ້ຂອງຜູ້ໃຊ້ສອຍ, ໃນນັ້ນມີຜູ້ໃຊ້ສອຍ 71% ເຊື່ອໝັ້ນຕໍ່ສິນຄ້າຫວຽດນາມ ມີຄຸນນະພາບສູງ ແລະ ສິນຄ້າຫວຽດນາມ ກວມເອົາອັດຕາສ່ວນ 80-90% ໃນລະບົບຮ້ານສັບພະສິນຄ້າ, ສະຖານທີ່ຂາຍສິນຄ້າທີ່ມີລາຄາປົກກະຕິ. ກ່າວຄຳເຫັນກັບການນຳກະຊວງອຸດສາຫະກຳການຄ້າຫວຽດນາມ ໃນໂອກາດກວດກາການປະຕິບັດ ບັ້ນຂົນຂວາຍ “ຊາວຫວຽດນາມບຸລິມະສິດໃຊ້ ສິນຄ້າຫວຽດນາມ“ ຈັດຂຶ້ນໃນຕອນເຊົ້າວັນທີ 8/1 ຢູ່ຮ່າໂນ້ຍ, ທ່ານຫງວຽນທ້ຽນເຍິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຫົວໜ້າຄະນະຊີ້ນຳບັ້ນຂົນຂວາຍຖືວ່າ ໃນປີ 2014, ກະຊວງອຸດສາຫະກຳການຄ້າຫວຽດນາມ ຕ້ອງສ້າງຄາດໝາຍເພື່ອຕີລາຄາໝາກຜົນຂອງບັ້ນຂົນຂວາຍ, ທ່ານເນັ້ນໜັກວ່າ:
“ຖ້າມີຄາດໝາຍແລ້ວພວກເຮົາຈະວາງອອກມາດຕະການສຳລັບສິນຄ້າແຕ່ລະປະເພດ. ຄວນສ້າງບາງຄາດໝາຍ ແລະ ມີມາດຕະການສະເພາະ ແລະ ວິສາຫະກິດຜະລິດປະເພດສິນຄ້ານັ້ນຈະປະຕິບັດພ້ອມກັບພວກເຮົາ, ຊ້ຳບໍ່ໜຳວິສາຫະກິດຈະປະກອບເຂົ້າໃນການສົ່ງເສີມປະເພດສິນຄ້າຂອງຕົນ ແລະ ລັດຈະໜູນຊ່ວຍຕື່ມອີກ“.