ໂຄສະນາ, ເຊີດຊູເຄື່ອງໝາຍການຄ້າໝາກກ້ຽງແລະບັນດາຜະລິດຕະພັນກະເສດຂອງແຂວງຮ່າຕິ້ງ

(VOVWORLD) -ຕອນຄ່ຳວັນທີ 02 ທັນວາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມງານບຸນໝາກກ້ຽງ ແລະ ບັນດາຜະລິດຕະພັນກະເສດຮ່າຕິ້ງ ຄັ້ງທີ 1, ເຊິ່ງໄດ້ຈັດຕັ້ງຢູ່ສູນວັດທະນະທຳ ແລະ ວາງສະແດງຂອງແຂວງຮ່າຕິ້ງ.

ໂຄສະນາ, ເຊີດຊູເຄື່ອງໝາຍການຄ້າໝາກກ້ຽງແລະບັນດາຜະລິດຕະພັນກະເສດຂອງແຂວງຮ່າຕິ້ງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມງານບຸນໝາກກ້ຽງ

ແລະ ບັນດາຜະລິດຕະພັນກະເສດຮ່າຕິ້ງ

(ພາບ: TTXVN)

ງານບຸນໝາກກ້ຽງ ແລະ ບັນດາຜະລິດຕະພັນກະເສດຮ່າຕິ້ງ ຄັ້ງທີ 1 ປີ 2017 ໄດ້ຮັບການຈັດຕັ້ງເພື່ອໂຄສະນາ, ເຊີດຊູເຄື່ອງໝາຍການຄ້າ, ຄຸນນະພາບຂອງໝາກກ້ຽງ ແລະ ບາງຜະລິດສະພັນກະເສດສະເພາະຂອງທ້ອງຖິ່ນຕ່າງໆ; ພ້ອມທັງແມ່ນໂອກາດເພື່ອກະຕຸກຊຸກຍູ້ຄວາມຕ້ອງການບໍລິໂພກອຸປະໂພກ, ຈາກນັ້ນຍົກສູງປະສິດທິຜົນການຜະລິດ, ດຳເນີນທຸລະກິດ, ປະກອບສ່ວນຊຸກຍູ້ການເຕີບໂຕດ້ານເສດຖະກິດໃຫ້ແຂວງຮ່າຕິ້ງ.

        ງານບຸນຄັ້ງທຳອິດປີນີ້ໄດ້ຮັບການຈັດຕັ້ງໂດຍມີການເຂົ້າຮ່ວມຂອງ 28 ຫົວໜ່ວຍເຂົ້າຮ່ວມໄດ້ວາງສະແດງບັນດາຜະລິດຕະພັນຂ້ອງທ້ອງຖິ່ນໃນແຂວງ. ງານບຸນໝາກກ້ຽງ ແລະ ບັນດາຜະລິດຕະພັນກະເສດຮ່າຕິ້ງ ຖືກດຳເນີນຮອດວັນທີ 04 ທັນວາ 2017.

ຕອບກັບ

ຂ່າວ/ບົດ​ອື່ນ