ໂຄສະນາສະບຽງອາຫານຫວຽດນາມຢູ່ຍີ່ປຸ່ນ

(VOVWORLD) -ໂຄສະນາເຄື່ອງໝາຍການຄ້າ"ສະບຽງອາຫານຫວຽດນາມ"ແມ່ນຫົວຂໍ້ຂອງຮ້ານວາງສະແດງສະບຽງອາຫານຫວຽດນາມທີ່ເຂົ້າຮ່ວມງານຕະຫຼາດນັດສະບຽງອາຫານແລະເຄື່ອງດື່ມນາໆຊາດຄັ້ງທີ 43 (Foodex 2018)
ໂຄສະນາສະບຽງອາຫານຫວຽດນາມຢູ່ຍີ່ປຸ່ນ - ảnh 1 (ໂຄສະນາສະບຽງອາຫານຫວຽດນາມຢູ່ຍີ່ປຸ່ນ)

ເຊິ່ງໄດ້ໄຂຂຶ້ນໃນວັນທີ 6 ມີນາຢູ່ສູນວາງສະແດງ Makuhari Messe, ແຂວງ Chiba, ປະເທດຍີ່ປຸ່ນ. ເຂົ້າຮ່ວມງານຕະຫຼາດນັດມີວິສາຫະກິດຫວຽດນາມ  20ຫົວໜ່ວຍທີ່ມາຈາກຫຼາຍເຂດພາກທີ່ມີທ່າແຮງໃນການສົ່ງອອກບັນດາຜະລິດຕະພັນສິນໃນນ້ຳ, ສະບຽງອາຫານໃນທົ່ວປະເທດຄື: ນະຄອນໂຮ່ຈີມິນ, ຮ່າໂນ້ຍ, ນິງບິ່ງ, ດົ່ງທາບ.

ງານຕະຫຼາດນັດ Foodex 2018, ໄດ້ດຶງດູດ 3.350ວິສາຫະກິດຂອງ 80ປະເທດແລະເຂດແຄວ້ນເຂົ້າຮ່ວມ. Foodex 2018 ຈະເປີດປະຕູເຖິງວັນທີ 9 ມີນາ ຈິ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ