ໂຈະການເຈລະຈາຂັ້ນສູງສ.ເກົາຫຼີ-ຝລັ່ງກ່ຽວກັບບັນຫານິວເຄຼຍ

(VOVWORLD) -ວັນທີ 11 ກັນຍາ, ສ.ເກົາຫຼີ ໄດ້ຕົກລົງໂຈະການເຈລະຈາຂັ້ນສູງກັບຝລັ່ງ ກ່ຽວກັບບັນຫານິວເຄຼຍຂອງສປປ.ເກົາຫຼີ, ຄາດວ່າຈະດຳເນີນໃນອາທິດນີ້.

ໂຈະການເຈລະຈາຂັ້ນສູງສ.ເກົາຫຼີ-ຝລັ່ງກ່ຽວກັບບັນຫານິວເຄຼຍ - ảnh 1 ທູດພິເສດຜູ້ຮັບຜິດຊອບບັນດາບັນຫາຄວາມໝັ້ນຄົງ ແລະ ສັນຕິພາບໃນແຫຼມເກົາຫຼີ Lee Don hoon

(ພາບປະກອບ: Yonhap/TTXVN)

ແຈ້ງການດັ່ງກ່າວໄດ້ຍົກອອກມາພາຍຫຼັງກະຊວງການຕ່າງປະເທດສ.ເກົາຫຼີ ໃຫ້ຮູ້ວ່າ, ປະເທດນີ້ ແລະ ຝລັ່ງ ຈະຈັດກອງປະຊຸມຂັ້ນສູງຄັ້ງທີ 3 ໃນວັນທີ 12 ກັນຍາ ຢູ່ນະຄອນຫຼວງປາຣີ 1 ວັນເພື່ອປຶກສາຫາລືບັນດາມາດຕະການແກ້ໄຂບັນຫານິວເຄຼຍໃນແຫຼມເກົາຫຼີ.

        ຕາມແຜນການແລ້ວ, ທູດພິເສດຜູ້ຮັບຜິດຊອບບັນດາບັນຫາຄວາມໝັ້ນຄົງ ແລະ ສັນຕິພາບໃນແຫຼມເກົາຫຼີ Lee Don hoon ຈະໄປຝລັ່ງ  ແລະ ເຂົ້າຮ່ວມບັນດາວາລະປະຊຸມກັບທ່ານ Nicolas de Riviere, ຫົວໜ້າຮັບຜິດຊອບບັນດາບັນຫາການເມືອງ ແລະ ຄວາມໝັ້ນຄົງຢູ່ກະຊວງການຕ່າງປະເທດຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ