ໂທລະເລກຢື້ຢາມຖາມຂ່າວກ່ຽວກັບເຫດຍິງປືນຢູ່ໄທເຮັດໃຫ້ຫຼາຍຄົນເສຍຊີວິດ

(VOVWORLD) -ວັນທີ 09 ກຸມພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານນາຍົກລັດຖະມົນຕີໄທ ປຣະຢຸດ ຈັນໂອຊາ.
ໂທລະເລກຢື້ຢາມຖາມຂ່າວກ່ຽວກັບເຫດຍິງປືນຢູ່ໄທເຮັດໃຫ້ຫຼາຍຄົນເສຍຊີວິດ - ảnh 1 (ມີ 30 ຄົນເສຍຊີວິດ ແລະ 57 ຄົນຮັບບາດເຈັບໃນເຫດຍິງປືນດັ່ງກ່າວ)

ໂດຍໄດ້ຮັບຂ່າວກ່ຽວກັບເຫດຍິງປືນຢູ່ສູນການຄ້າຂຶ້ນກັບແຂວງ ນະຄອນ ຣາດຈະ ສີມາ, ປະເທດໄທ ໃນວັນທີ 08 ກຸມພາ, ເຮັດໃຫ້ມີຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ, ວັນທີ 09 ກຸມພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານນາຍົກລັດຖະມົນຕີໄທ ປຣະຢຸດ ຈັນໂອຊາ.

          ໄດ້ມີ 30 ຄົນເສຍຊີວິດ ແລະ 58 ຄົນຮັບບາດເຈັບໃນເຫດຍິງປືນດັ່ງກ່າວເຊິ່ງເລີ່ມແຕ່ຕອນບ່າຍວັນທີ 08 ກຸມພາ ແລະ ສິ້ນສຸດລົງໃນຕອນເຊົ້າວັນທີ 09 ກຸມພາ, ເມື່ອຕົວການຖືກດັບສູນ. ທ່ານນາຍົກລັດຖະມົນຕີໄທ ປຣະຢຸດ ຈັນໂອຊາ ໃຫ້ຮູ້ວ່າ, ນີ້ແມ່ນເຫດຍິງປືນບໍ່ເຄີຍມີມາກ່ອນ ແລະ ສາຍເຫດແມ່ນຍ້ອນມີຄວາມຂັດແຍ່ງສ່ວນຕົວທີ່ກ່ຽວຂ້ອງເຖິງສັນຍາຊື້ຂາຍດິນ ເຊິ່ງຕົວການຖືວ່າຕົນເອງຖືກຫຼອກລວງ. ທ່ານນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ເນັ້ນໜັກວ່າ, ບັນດາກຳລັງທີ່ມີໜ້າທີ່ໄທ ຄວນຖອດຖອນບົດຮຽນຈາກເຫດການດັ່ງກ່າວເພື່ອແກ້ໄຂບັນດາເຫດການທີ່ຄ້າຍຄືກັນໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ