( vovworld )-ເນື່ອງໃນໂອກາດວັນດຊາດປະເທດສາທາລະນະລັດໄອແລນ (17/6), ວັນທີ 16/6/2012, ທ່ານປະທານປະເທດຫວຽດນາມ Truong Tan Sang ໄດ້ຝາກໂທລະເລກອວຍພອນໄປຍັງທ່ານປະທານາທິບໍດີ Olafur Grimsson. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ກໍ່ໄດ້ຝາກໂທລະເລກອວຍພອນໄປຍັງທ່ານນາງ Johanna Siguroadottir ນາຍົກລັດຖະມົນຕີໄອແລນ. ໃນວັນດຽວກັນ, ທ່ານ Pham Binh Minh ລັດຖະມົນຕີການຕ່າງປະເທດຫວຽດນາມ ກໍ່ໄດ້ຝາກໂທລະເລກອວຍພອນໄປຍັງທ່ານ Osur Skarpheoinsson ລັດຖະມົນຕີການຕ່າງປະເທດສາທາລະນະລັດໄອແລນ ເຊັ່ນດຽວກັນ.