ໂລກສະໜັບສະໜູນອາເມລິກາແລະກູບາສ້າງການພົວພັນເປັນປົກກະຕິ
(ພາບປະກອບ)
(vovworld) - ຫາງສຽງອາເມລິກາ ແລະ ສາກົນສືບຕໍ່ມີປະຕິກິລິຍາຢ່າງຕັ້ງໜ້າ, ພາຍຫຼັງກູບາ ແລະ ອາເມລິກາ ບັນລຸໄດ້ຂໍ້ຕົກລົງສ້າງການພົວພັນສອງຝ່າຍເປັນປົກກະຕິ ແລະ ປະກາດສ້າງການພົວພັນທາງການທູດຄືນໃໝ່, ພາຍຫຼັງທີ່ຖືກຢຸດຕິມາເປັນເວລາເຄິ່ງສະຕະວັດ. ກ່າວຄຳເຫັນໃນວັນທີ 18/12, ທ່ານລັດຖະມົນຕີວ່າການກະຊວງການເງິນອາເມລິກາ Jacob Lew ໃຫ້ຮູ້ວ່າ, ໃນຕໍ່ໜ້າ, ສອງປະເທດຈະຊຸກຍູ້ການຮ່ວມມືໃນຂົງເຂດທ່ອງທ່ຽວ, ການຄ້າ, ໂທລະຄົມ, ການພັດທະນາວິສາຫະກິດເອກະຊົນ…
ໃນວັນດຽວກັນ, ລັດຖະບານນິວຊີແລນ ໄດ້ຊົມເຊີຍຂໍ້ຕົກລົງດັ່ງກ່າວຂອງການນຳສອງປະເທດ, ຖືວ່ານີ້ແມ່ນບາດກ້າວສຳຄັນບໍ່ພຽງແຕ່ສຳລັບອາເມລິກາ ແລະ ກູບາ ເທົ່ານັ້ນ, ຫາກນັບທັງເຂດກາຣີເບ ອີກດ້ວຍ.