ໂຮງງານຝຸ່ນອາຊົດ ກາເມົາ ຈະເຂົ້າເຄື່ອນໄຫວໃນທ້າຍເດືອນກຸມພານີ້.

(vovworld)- ກຸມ​ບໍລິສັດ​ແຫ່ງ​ຊາດ​ຫວຽດນາມ​ໃຫ້​ຮູ້​ວ່າ: ໂຮງງານ​ຝຸ່ນ​ອາ​ຊົດ ກາ​ເມົາ ທີ່​ມີ​ກຳລັງ​ການ​ຜະລິດ​ຝຸ່ນ 8 ​ແສນ​ໂຕນ​ຕໍ່​ປີ, ຈະ​ຖືກ​ມອບ​ຮັບ​ໃນທ້າຍເດືອນ ກຸມພານີ້ຕາມແຜນການທີ່ໄດ້ວາງອອກ. ເມື່ອ ໂຮງງານ​ຝຸ່ນ​ອາ​ຊົດ ກາ​ເມົາ ເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການ, ຈະປະກອບສ່ວນຫຼາຍສົມຄວນ ເຂົ້າໃນການແກ້ໄຂແຫຼ່ງຝຸ່ນຮັບໃຊ້ການຜະລິດກະສີກຳໃນທົ່ວເຂດທົ່ງພຽງແມ່ນ້ຳ ຂອງທາງພາກໄຕ້ຫວຽດນາມ. ໂຄງການ ໂຮງງານ​ຝຸ່ນ​ອາ​ຊົດ ກາ​ເມົາ ແມ່ນໜຶ່ງ ໃນບັນດາໂຄງການທີ່ນອນໃນກຸມໂຄງການອາຍແກັສ-ໄຟຟ້າ-ຝຸ່ນອາຊົດ ກາເມົາ ໂດຍຖືກກໍ່ສ້າງດ້ວຍຈຸດປະສົງເພື່ອສະໜອງຝຸ່ນອາຊົດເປັນປົກກະຕິເພື່ອຮັບໃຊ້ພາລະກິດພັດທະນາປະເທດຊາດຮອດປີ 2025, ນີ້ແມ່ນໜຶ່ງໃນບັນດາໂຄງການ ຈຸດສຸມແຫ່ງຊາດ ນອນໃນຍຸດທະສາດພັດທະນາຂອງຂະແໜງນ້ຳມັນອາຍແກັສເ ຖິງປີ 2015 ແລະວິໄສທັດເຖິງປີ 2025.

 

 

 

 



ຂ່າວ/ບົດ​ອື່ນ